ຜູ້​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ​ຂອງ​ໄທ​ເລີ່ມ​ໂຮມ​ຊຸມນຸມປະ​ທ້ວງຢູ່5​ບ່ອນ​ຂອງ​ບາງກອກ

(GMT+08:00) 2010-03-12 19:43:30     cri

ຕາມ​ຂ່າວCRI,ໃນ​ຕອນ​ທ່ຽງວັນ​ທີ12​ມີນາ​ນີ້,ຜູ້​ປະ​ທ້ວງ​ກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ໄທຫລື​ກຸ່ມ​ເສື້ອ​ແດງ​ເລີ່ມ​ເດີນທາງ​ໄປ​ບາງກອກ​ເພື່ອ​ໂຮມ​ຊຸມນຸມປະ​ທ້ວງ​ຢູ່​5ບ່ອນ​ຂອງ​ບາງ​ກອກ,ຮຽກຮ້ອງລັດຖະບານ​ອະ​ພິ​ສິດ​ເວດ​ຊາ​ຊີ​ວະ​ລາ​ອອກຕໍ່າ​ແໜ່​ງ.ປັດຈຸ​ບັນ​ນີ້,ຢູ່​ແຕ່​ລະ​ບ່ອນ​ປະ​ທ້ວງມິ​ລະບຽບ​ການ​ປົກກະຕິ,ຜູ້​ປະ​ທ້ວງ​ບໍ່​ໄດ້​ອັດ​ຕັນ​ເສັ້ນທາງ,ແຕ່​ເດີນຕາມ​ທາງຄົນ​ຍ່າງ.

ນອກຈາກ​ນີ້,ໃນ​ວັນ​ທີ12​ມີນາ​ນີ້,ຜູ້​ປະ​ທ້ວງຂອງ​ໄທ​ເສື້ອ​ແດງ​ຂອງ​ຈັງ​ຫວັດ​ຕ່າງໆ​ໃນ​ພາກ​ອີສານ​ແລະພາກ​ເຫນືອ​ໄທ​ເລີ່ມ​ເດີນທາງ​ເຂົ້າ​ບາງກອກ,ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຢ່າງຂະຫນາດ​ໃຫຍ່,ຈະ​ດຳ​ເນີນ​ໃນ​ຕອນ​ທ່ຽວ​ວັນ​ທີ14​ມີນາ,ຈຸດປະສົງ​ແມ່ນ​ເພື່ອຮຽກຮ້ອງ​ລັດຖະບານຍຸບ​ລັດຖະບານ​ແລະ​ຈັດ​ການ​ເລືອກ​ຕັ້ງ​ໃຫມ່.ທ່ານ​ນັດ​ທະ​ວຸດ​ໄຊ​ເກື້ອຫນຶ່ງ​ໃນບັນດາ​ການ​ນໍາ​ຂອງກຸ່ມ​ເສື້ອ​ແດງ​ກ່າວ​ວ່າ,ຖ້າລັດຖະບານ​ບໍ່ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ດັ່ງ​ກ່າວ,ຂະຫນາດຂອງ​ການ​ປະ​ທ້ວງ​ໃນ​ວັນ​ທີ15​ຈະ​ຍົກ​ລະດັບຂຶ້ນ​ອີກ,ກຸ່ມ​ເສື້ອ​ແດງ​ຈຳນວນ​ລ້ານ​ຄົນ​ຈະ​ປິດ​ລ້ອມເທ​ສະບາ​ນບາງກອກ​ຈົນ​ວ່າລັດຖະບານ​ຍອມ​ຮັບ​ຄວາມ​ຮຽກຮ້ອງ​ດັ່ງກ່າວຂອງ​ຜູ້​ປະ​ທ້ວງ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ