ແຜ່ນດິນ​ໄຫວ​ພາກ​ກາງ​​ມຽນມາ​ບໍ່​ພາ​ໃຫ້​ມີ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ

(GMT+08:00) 2010-03-13 15:57:32     cri
ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ເຊົ້າ​ວັນ​ທີ13​ມີນາ​ນີ້, ຢູ່​ບ່ອນ​ໃກ້​ກັບ​ເມືອງ​ໂມ​ນີວາ ພາກ​ກາງ​ມຽນມາ ​ເກີດ​ແຜ່ນດິນ​ໄຫວ​ຂັ້ນ5,4ລິກ​ເຕີ, ​ແຕ່​ບໍ່​ໄດ້​ເຮັດ​​ໃຫ້​ມີ​ຄົນ​ເສຍ​ຊີວິດຫຼືບາດ​ເຈັບ​ແລະ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ.

ມື້​ດຽວ​ກັນ, ກົມ​ອຸຕຸນິຍົມ​ມຽນມາ​ຢືນຢັນ​ວ່າ, 5​ໂມງ50​ນາທີ​ຂອງ​ຕອນ​ເຊົ້າ​ວັນ​ທີ13​ມີນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກົງ​ກັບ6​ໂມງ20​ນາທີ​ຕາມ​ເວລາ​ວຽງ​ຈັນ, ບ່ອນ​ທີ່​​ໄກ​ຈາກ​ເມືອງ​ໂມ​ນີວາ​ ພາກ​ກາງ​ມຽນມາ ໄປ​ທາງ​ທິດ​ເໜືອ112ກິ​ໂລ​ແມັດ​ເກີດ​ແຜ່ນດິນ​​ໄຫວ​ຂັ້ນ5,4ລິກ​ເຕີ, ບ່ອນ​ເກີດ​ແຜ່ນດິນ​ໄຫວ​ເລິກ​ປະມານ100​ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ