ກຳປູ​ເຈຍ​ປະຕິ​ເສດ​ວ່າ​ທ່ານ​ທັກສິນ​ໄດ້​ໄປຮອດ​ກກຳປູ​ເຈຍ

(GMT+08:00) 2010-03-13 16:18:51     cri
ຕາມ​ຂ່າວສານ​ຊີນ​ຮວາ, ວັນ​ທີ13ມີນາ​ນີ້, ຝ່າຍ​ທາງ​ການກຳ​ປູ​ເຈຍ​ໄດ້​ປະຕິ​ເສດ​ວ່າ​ທ່ານ​ທັກສິນ ຊິນ​ນະ​ວັດ, ອະດີດ​ນາ​ຍົກ​ລັດຖະ​ມົນຕີ​ໄທ​ໄດ້​ໄປ​ຮອດ​ກຳປູ​ເຈຍ, ​ແຕ່ກ່າວ​ວ່າວັນ​ທີ12ມີນາ​ນີ້, ​ທ່ານ​ສົມ​ຊາຍ ວົງ​ສະຫວັດ, ​ນ້ອງ​​ເຂີຍ​ຂອງ​ທ່ານ​ທັກສິນ, ໄດ້​ໄປ​ກຳ​ປູ​ເຈ​ຍ, ​ແລະ​ພົບ​ປະ​ກັບ​ທ່ານ​ຮຸນ​ເຊ​ນ, ນາຍົກ​ລັດຖະ​ມົນຕີ​ກຳປູ​ເຈຍ.

ປະຈຸ​ບັນ, ພາຍ​ໃນ​ປະ​ເທດ​ໄທ, ກຸ່ມ​ແນວ​ໂຮມ​ປະຊາທິປະ​​ໄຕ​ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທ​ຫຼື​ກຸ່ມ​ເສື້ອ​ແດງ​ທີ່​ສະໜັບສະໜູນ​ທ່ານ​ທັກສິນ​ພວມ​ຈັດ​ຕັ້ງ​ການ​ປະ​ທ້ວງ​ຕ້ານ​ລັດຖະບານ​ຂະ​ໜາດ​ໃຫຍ່. ສະ​ນັ້ນ, ທ່ານ​ທັກສິນ​ໄປ​ຮອດ​ກຳປູ​ເຈຍ​ຫຼື​ບໍ່, ​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ເອົາໃຈ​ໃສ່ໃນ​ລະ​ດັບ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ