ງານ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ​ຍຂອງ​ຫວຽດນາມ

(GMT+08:00) 2010-03-13 16:20:21     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ12​ມີນາ​ນີ້, ງານ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ2010​ກໍ​ຄື​ພິທີ​ເລີ່​ມຈຳໜ່າຍ​ປີ້​ເຂົ້າຊົມ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮາ​ໂນ​ຍຂອງ​ຫວຽດນາມ​. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ກິດຈະກຳ​ໂຄສະນາ​ງານ​ວາງສະ​ແດງ​ໂລກ​ຢູ່​ຫວຽດນາມ​ໄດ້​ເຂົ້າ​ສູ່​ໄລຍະ​ຄຶກຄັກ​ທີ່​ສຸດ​ແລ້ວ. ທ່ານ​ເສິນ​ຊຽນຈິ້ນ ຮອງ​ຫົວໜ້າ​ກົມ​ປະສານ​ງານ​ວຽກ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ, ທ່ານ​ຊຸ່ນກົວ​ສຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳຫວຽດນາມ​ພ້ອມ​ດ້ວຍ​​ເຈົ້າ​ໜ້າ​ທີ່​ລັດຖະບານ​, ຜູ້​ແທນ​ວົງ​ການທ່ອງທ່ຽວ​ແລະ​ວົງ​ການ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ພິທີ.

​ໃນ​ພິທີ, ທ່ານ​ເສິນ​ຊຽນຈິ້ນ​ກ່າວ​ວ່າ, ຕົວ​ແທນ​ຈຳໜ່າຍ​ປີ້​ເຂົ້າ​ຊົມ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຂອງ​ຫວຽດນາມ​ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ຊື້​ປີ້​ຫຼື​ຈັດ​ຕັ້ງ​ຄະນະ​ທ່ອງ​ທ່ຽວ​ໄປ​ທ່ຽວຊົມ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ, ພ້ອມ​ກັນ​ນັ້ນ, ຈະ​ສະໜອງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ກ່ຽວຂ້ອງ​ໂດຍ​ອີງ​ໃສ່​ຈຸ​ດພິ​ເສດ​ຂອງ​ຕະຫຼາດ​ຫວຽດນາມ, ຈັດ​ກອງ​ປະຊຸມ​ປະຈຳ​ປີ​ທີ່​ເໝາະ​ສົມ​ໃຫ້​ແກ່​ສະມາຄົມ​ການ​ຄ້າ​ແລະ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ, ປະສານ​ງານ, ຕິດ​ຕໍ່​ພົວພັນ​ແລະ​ຈັດ​ເວທີ​ປຶກສາ​ຫາລື​ວິຊາ​ການ​ຕ່າງໆ​ຢູ່​ໃນ​ເຂດ​ສວນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ