ນາຍົກ​ໄທ​ຮຽກຮ້ອງ​ໃຫ້​ຜູ້​ປະ​ທ້ວງ​ທີ່ຕ້ານ​ລັດຖະບານ​ ໂຮມ​ຊຸມນຸມ​​ໂດຍສັນຕິ​

(GMT+08:00) 2010-03-14 16:36:29     cri

ວັນ​ທີ 14 ມີນາ​ນີ້, ທ່ານ​ອະທິ​ສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ,ການປະ​ທ້ວງ​ທີ່​ຕ້ານ​ລັດຖະບານ​ຂອງກຸ່ມ​ແນມ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ ຫຼື ກຸ່ມ​ເສື້ອ​ແດງ ຄວນ​ດຳ​​ເນີນ​​ໄປ​ໂດຍ​ສັນຕິ ​ແລະ ປາສະຈາກກຳລັງ​ຮຸນ​ແຮງ.


ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ປະຈຳ​ສັບປະດາ ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ອະພິສິດ​ກ່າວ​ວ່າ, ລັດຖະບານ​ຕົກລົງ​"ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົ​ງ​ພາຍ​ໃນ​ປະ​ເທດ​"ຢູ່​ນະຄອນຫຼວງ​ບາງກອກ ​ແລະ 7 ຈັງຫວັດ​ອ້ອມ​ຂ້າງ, ຈຸດປະສົງແມ່ນ​ປ້ອງ​ກັນ​ກິດ​ຈະ​ກຳດ້ວຍ​ກຳລັງ​ຮຸນ​ແຮງ ພ້ອມ​ທັງ​ເຫດການ​ທີ່​ຄາດ​ຄະ​ເນ​ບໍ່​ໄດ້.


ທ່ານ​ຂອບ​ໃຈ​ຜູ້​ສະໜັບສະ​ໜູນກຸ່ມ​ເສື້ອ​ແດງທີ່​ມາ​ຈາກ​ພາກ​ເໜືອ ​ແລະ ພາກອີສານ​ຂອງ​ໄທ​ທີ່​ສາມາດ​ປະສານ​ສົມທົບ​ກັບ​ອົງການຄວາມ​ໝັ້ນຄົງ, ກວດກາ​ອາວຸດ​ຢູ່​ສະຖານ​ທີ່ທີ່ກຳນົດ​ໄວ້​. ທ່ານ​ກ່າວ​ຢ້ຳວ່າ, ລັດຖະບານ​ໄທ​ຈະ​ບໍ່ກັ້ນ​ກາງ​ບໍ່​ໃຫ້ກຸ່ມເສື້ອ​ແດງ​ຈັດການ​ປະ​ທ້ວງ​ທີ່ຕ້ານ​ລັດຖະບານ​ຂະໜາດ​ໃຫຍ່,​ ແຕ່​ທ່ານ​ຮຽກຮ້ອງຢ່າງ​ແຮງກ້າ​ໃຫ້​ຜູ້​ປະ​ທ້ວງຈັດການ​ໂຮມ​ຊຸມນຸມ​ໂດຍສັນຕິ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ