"ກຸ່ມ​ເສື້ອ​ແດງ"ສົ່ງ​ຄຳ​ຂາດ​ສຸດ​ທ້າຍ​ຕໍ່​ລັດຖະບານ​ໄທ

(GMT+08:00) 2010-03-14 17:22:10     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ທ່ຽງ​ວັນ​ທີ 14 ມີນາ​ນີ້, ກຸ່ມ​ເສື້ອ​ແດງ​ທີ່​ສະໜັບສະ​ໜູນ​ທ່ານທັກສິນ ຊີ​ນນະ​ວັດ ອາ​ດີດ​ນາຍົກລັດຖະມົນຕີ​ໄທ​ໄດ້​ສົ່ງ​ຄຳ​ຂາດ​ສຸດ​ທ້າຍ​, ຮຽກຮ້ອງ​ໃຫ້​ລັດຖະບານ​ໄທ​ທີ່​ນຳພາ​ໂດຍ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະຍົບສະພາຜູ້​ແທນ​ລາຊະ​ດອນພາຍ​​ໃນ 24 ຊົ່ວ​ໂມງ.

ຜູ້ນຳ​ຕົ້ນຕໍຂອງ"ກຸ່ມ​ເສື້ອ​ແດງ"​ໄດ້​ອ່ານ​ຄຳ​ຂາດ​ສຸດ​ທ້າຍ​ສະບັບ​ນີ້​ໃນ​ງານ​ໂຮມ​ຊຸມນຸມ​ຕ້ານ​ລັດຖະບານ​ຢູ່ຂົວ​ຈະ​ເລີ​ນໃຈກາງ​ນະຄອນຫຼວງ​ບາງ​ກອກ. ມາ​ຮອດ​ນີ້, ງານ​​ໂຮມ​ຊຸມນຸມ​ລ້ານ​ຄົນຕ້ານ​ລັດຖະບານທີ່​ກຸ່ມ​ເສື້ອ​ແດງ​ກ່າວ​ມາ​ນັ້ນ​ໄດ້ເລິ່ມຕົ້ນ​ຢ່າງ​ເປັນ​ທາງ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ