ນາຍົກໄທປະຕິເສດຍຸບສະພາ ກຸ່ມເສື້ອແດງຂົ່ມຂູ່ວ່າຈະຖອກເລືອດເພື່ອເພີ່ມແຮງກົດດັນ
(GMT+08:00) 2010-03-16 10:08:45 cri
ຕາມຂ່າວ cri:ຍ້ອນທ່ານອະພິສິດ ເວດຊາຊີວະ,ນາຍົກລັດຖະມົນຕີໄທກ່າວໃນວັນທີ 15 ມີນານີ້ວ່າຈະບໍ່ຍຸບສະພາຜູ່ແທນລາດຊະດອນຕາມຄວາມຮຽກຮ້ອງຂອງກຸ່ມເສື້ອແດງ,ຜູ່ນຳກຸ່ມເສື້ອແດງກໍ່ກ່າວວ່າຈະລະດົມໃຫ້ຜູ່ເຂົ້າຮ່ວມການຊຸມນຸມປະທ້ວງຂອງກຸ່ມເສື້ອແດງສະມັກໃຈບໍລິຈາກເລືອດເພື່ອເອົາໄປຖອກໃສ່ບໍລິເວນອ້ອມແອ້ມທຳນຽບລັດຖະບານ,ເພື່ອເພີ່ມແຮງກົດດັນໃຫ້ແກ່ລັດຖະບານຕື່ມອີກ.
ຕອນບ່າຍວັນທີ 15 ມີນານີ້,ທ່ານນັດທະວຸດ ສາຍເກື້ອ,ຫນຶ່ງໃຈຜູ່ນຳກຸ່ມເສື້ອແດງໄດ້ອ່ານຖະແຫລງການສະບັບຫນຶ່ງຕໍ່ມວນຊົນທີ່ເຂົ້າຮ່ວມການຊຸມນຸມປະທ້ວງ,ຮຽກຮ້ອງໃຫ້ຜູ່ຊຸມນຸມບໍລິຈາກເລືອດແຕ່ວັນທີ 16 ເປັນຕົ້ນໄປ, ເພື່ອໃຫ້ມີເລືອດ 1 ລ້ານມີລິລິບ.ທ່ານເວົ້າວ່າ, ການຖອກເລືອດແມ່ນເພື່ອຫມາຍຄວາມວ່າສະມາຊິກລັດຖະບານໄທຈະຢຽບເລືອດຂອງກຸ່ມເສື້ອແດງເຂົ້າສູ່ທຳນຽບລັດຖະບານ.