ຈີນ​ກັບ​ລາວ​ຮ່ວມ​ກັນ​ສ້າງ​ກອງ​ດັບ​ເພີງ​ສາກົນຢູ່​ຊາຍ​ແດນຈີນ​ລາວ

(GMT+08:00) 2010-03-16 18:04:29     cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆມາ​ນີ້, ກອງ​ດັບ​ເພີງ​ສາກົນ​ຢູ່​ເຂດ​ພັດທະນາ​ເສດຖະກິດ​ບໍ່ຫານ​ຂອງສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ທີ່ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ກັບ​ເຂດ​ເສດ​ຖະກິດ​ພິ​ເສດ​ບໍ່​ເຕັນ​ຂອງລາວ​ຮ່ວມ​ກັນ​ລົງທຶນ​ສ້າງ​ນັ້ນ​ໄດ້​ເລີ່​ມລົງມື​ສ້າງ​ແລ້ວ. ພາຍຫຼັງ​ການ​ສ້າງ​ສຳ​ເລັດ​ແລ້ວ, ກອງ​ດັບ​ເພີງ​ຈະ​ມີໜ້າ​ທີ່​ດັບ​ເພີງ​ແລະ​ກູ້​ໄພ​ໃນ​ເຂດບໍ່​ຫານ​ຂອງຈີນ​ແລະ​ເຂດ​ບໍ່​ເຕັນຂອງ​ລາວ.

ຄຽງ​ຄູ່​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສ້າງ​ສຳ​ເລັດ​ແລະແຂວງ​ຢຸ່ນນານ​ປະຕິບັດ​ຍຸດ​ທະ​ສາດ​ການ​ສ້າງສາ​ປະ​ເທດຈີນ​ທີ່​​ເນັ້ນ​ໃສ່​ການ​ເປີດ​ກວ້າງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້, ບໍ່​ຫານ​ຈະ​ມີໜ້າ​ທີ່​ການ​ພັດທະນາ​ການ​ຄ້າ​ຊາ​ຍ​ແດນນັບ​ມື້​ນັບ​ຫຼາຍ​ຂຶ້ນ. ການ​ສ້າງ​ ​ກອງ​ດັບ​ເພີງ​ສາກົນ​ຈີນ​ລາວ​ສຳ​ເລັດຈະ​​ເສີມຂະຫຍາຍບົດບາດ​ສຳຄັນ​ຕໍ່​ການ​ຮັກສາ​ຄວາມ​ໝັ້ນ​ຄົງ​ທາງສັງຄົມ​ຂອງ​ເຂດ​ຊາຍ​ແດນ,​ ຊຸກຍູ້​ການ​ພັດ ທະນາ​ເສດຖະກິດ​ຂອງ​ເຂດ​ຊາຍ​ແດນແລະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຈີນ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ