ກຸ່ມ​ເສື້ອ​ແດງ​ເລີ່ມ​ຖອກ​ເລືອດ​​ໃສ່​ຕໍ່​ຫນ້າ​ທຳ​ນຽບ​ລັດ​ຖະ​ບານ

(GMT+08:00) 2010-03-17 10:14:17     cri

ຕາມ​ຂ່າວ cri:ຕອນ​ບ່າຍ​ວັນ​ທີ 16 ມີນາ​ນີ້, ຜູ່​ສະຫນັບ​ສະ​ຫນູນ​ກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທ​ຫລື​ກຸ່ມ​ເສື້ອ​ແດງ​ໄດ້​ຖອກ​ເລືອດ​ໃສ່​ທາງ​ເຂົ້າທຳນຽບລັດຖະບານ, ​ເພື່ອ​ກົດ​ດັນໃຫ້​ລັດຖະບານ​ໄທ​ຍຸບ​ສະພາ,​ແລະ​ຈັດ​ການເລືອກ​ຕັ້ງ​​ຄືນ​ໃຫມ່.

ຕອນ​ບ່າຍ​ມື້​ດຽວ​ກັນ, ສະມາຊິ​ກກຸ່ມ​ເສື້ອ​ແດງ​ປະມານ​ຫນຶ່ງ​ແສນ​ຄົນ​ໄດ້​ເດີນທາງ​ຈາກ​ຂົວ​ຜ່ານ​ຟ້າ​ລີລາດ​ທີ່​ຖະຫນົນ​ລາຊະ​ດຳ​ເນີນ​ທີ່​ຢູ່​ໃຈກາງ​ນະຄອນ​ລວງ​ບາງກອກ​ໄປ​ສູ່​ທຳນຽບລັດຖະບານ.​ເວລາ 17 ​ໂມງ​ຕາມ​ເວລາ​ທ້ອງ​ຖີ່​ນ,ຜູ່​ນຳ​ກຸ່ມ​ເສື້ອ​ແດງ​ເລີ່​ມຖອກ​ເລືອດ​​ໃສ່​ປະຕູ​ທາງ​ເຂົ້າແຫ່ງ​ຫນຶ່ງ​ຂອງ​ທຳນຽບລັດຖະບານ​ໃນ​ຂະນະ​ທີ່ຕຳຫລວດ​ແລະ​ທະຫານ​ຢືນ​ປ້ອງ​ກັນ​ຢູ່​ຕໍ່ຫນ້າ​ທຳນຽບລັດຖະບານ, ​ແຕ່​ບໍ່​ໄດ້​ສະກັດ​ກັ້ນການ​ກະທຳ​ຂອງ​ຜູ່​ຊຸມນຸມ​ປະ​ທ້ວງ. ມາ​ຮອດ​ປັດຈຸບັຍນ, ບໍ່​ມີ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ເທື່ອ.

ວັນ​ທີ 16 ມີນາ​ນີ້, ​ໂດຍ​ແນ​ໃສ່​ການ​ກະທຳ​ເພີ່ມ​ແຮງ​ກົດ​ດັນ​ຂອງ​ກຸ່ມ​ເສື້ອ​ແດງ​ດັ່ງກ່າວ, ທ່ານ​ອະພິ​ສິດ ​ເວດ​ຊາ​ຊີວະ,ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ,ລັດຖະບານ​ບໍ່​ແມ່ນ​ຜູ່​ກໍ່​ເຫດການ​ນີ້.ທ່ານ​ຍັງ​ກ່າວ​ຢ້ຳຫລັກ​ຫມັ້ນທີ່​ຈະ​ບໍ່​ຍຸບ​ສະພາ,​ແລະ​ກ່າວ​ວ່າການ​ຍຸບ​ສະພາ​ບໍ່​ແມ່ນ​ວິທີ​ດີ​ທີ່​ສຸດ​ຂອງ​ການ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​​ໃນ​ປັດຈຸບັນ,ລັດຖະບານ​ຍິນ​ດີ​ຮັບ​ຟັງສຽງ​ແລະ​ຄວາມ​ເຫັນ​ຈາກ​ຝ່າຍ​ຕ່າງໆ​ໃນ​ສັງຄົມ, ​ແຕ່​ຈະ​ບໍ່​ອ່ອນຍອມ​ຕໍ່​ການ​ຂົ່ມ​ຂູ່​ໃດໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ