ຍີ​ປຸ່ນຍິນ​ດີ​ສືບຕໍ່ຂະຫຍາຍ​ການ​ພົວພັນ​ກັບ​ຕີ​ມໍ​ເລັສ​ເຕ

(GMT+08:00) 2010-03-17 17:30:12     cri
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ13​ມີນາ​ນີ້, ຢູ່​ໂຕ​ກຽວ, ທ່ານ​ໂຢກິ​ໂອ ຮາ​ໂທ​ຢາ​ມາ, ນາຍົກລັດ​ຖະມົນ​ຕີຍີປຸ່ນ​ໄດ້​​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໂຈ​ຊ ມາ​ນູ​ເອວ ຣາ​ໂມ​ສ​ໂຮ​ຕາ, ປະທາ​ນາທິບໍດີ​ຂອງຕີ​ມໍ​ເລັສ​ເຕທີ່​ໄປ​ຢ້ຽມຢາມ, ທ່ານ​ກ່າວ​ວ່າ, ຍີ່ປຸ່ນ​ຍິນ​ດີ​ສື​ບຕໍ່​ຂະຫຍາຍ​ການ​ພົວພັນ​ກັບ​ຕີ​ມໍ​ເລັສ​ເຕ.

ນອກ​ນີ້, ວັນ​ທີ15​ມີນາ​ນີ້, ຢູ່​ໂຕກ​ຽວ, ທ່ານ​ກັດ​ຊູ​ຢາ ​ໂອ​ຄາ​ດະ, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນກັບ​ທ່ານດາ ກົສຕາ, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຕີ​ມໍ​ເລັສ​ເຕ​ໄດ້​ເຊັນ​ເອກະສານ​ການ​ຮ່ວມ​ມື​ທີ່​ຍີ່ປຸ່ນ​ໃຫ້ ການ​ຊ່ວຍ​ເຫຼື​ອລ້າໃຫ້​ຕີ​ມໍ​ເລັສ​ເຕ, ຍີ່ປຸ່ນ​ຈະ​ໃຫ້​ເງິນຫຼາຍ​ກວ່າ7ລ້ານ​ໂດ​ລາ​ແກ່​ຕີ​ມໍ​​ເລັສ​ເຕ​ໃນ​ດ້ານ​ການ​ຮັກສາປ່າ​ໄມ້​ແລະ​ນຳ​ໃຊ້​ພະລັງງານ​ສະອາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ