ລັດ​ຖະ​ບານ​ໄທ​ກຽມ​ເຈ​ລະ​ຈາ​ກັບກຸ່ມ​ເສື້ອ​ແດງ

(GMT+08:00) 2010-03-17 18:49:29     cri
ຕາມ​ຂ່າວ cri: ຕອນ​ບ່າຍ​ວັນ​ທີ 17 ມີນາ​ນີ້, ຢູ່​ບາງກອກ, ທ່ານ​ສຸ​ເທບ ເທືອກ​ສຸ​ບັນ, ຮອງ​ນາຍົກ​ລັດຖະ​ມົນຕີ​ໄທ​ທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ໝັ້ນຄົງ​ກ່າວ​ວ່າ, ປະຕູ​ແຫ່ງ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ໄທ​ກັບ​ທ່ານ​ທັກສິນ ຊິນນະ​ວັດ​ແມ່ນ​ເປີດຢູ່​ອະດີດ​ນາຍົກ​ລັດຖະ​ມົນຕີ, ລັດຖະບານ​ໄທ​ກຳລັງ​ພະຍາຍາມ​ຊອກ​ຫາ​ຊ່ອງ​ທາງ​ເຈລະຈາ​ກັບກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທ​ຫລື​ກຸ່ມ​ເສື້ອ​ແດງທີ່​ສະໜັບສະໜູນ​ທ່ານ​ທັກສິນ.

ມື້​ດຽວ​ກັນ, ທ່ານ​ສຸ​ເທບ ​​ເທືອກສຸບັນ​ຈັດ​ກອງ​ປະຊຸມ​ກັບ​ເຈົ້າໜ້າ​ທີ່​ກອງ​ບັນຊາ​ການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໄທ​ຢູ່​ຄ້າຍ​ທະຫານ​ຮາບ​ທີ 11 ຂອງ​ທະຫານ​ບົກທີ່ບາງ​ກອກ, ປະ​ເມິ​ນສະຖານະ​ການ​ໃນ​ປະຈຸ​ບັນ. ທ່ານ​ກ່າວ​ວ່າ, ລັດຖະບານ​ໄທ​ກຽມ​ເຈລະຈາ​ກັບ​ທ່ານ​ທັກສິນ​ໃນ​ທຸກ​ເວລາ, ​ເຖິງ​ວ່າ​ນີ້​ແມ່ນ​ເລື່ອງ​ທີ່ຍາວ​ນານ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​.

ທ່ານ​ສຸ​ເທບ​ຍັງ​ກ່າວ​ວ່າ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ກຳລັງ​ກຽມ​ເຈລະຈາ​ກັບ​ຜູ້​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ, ການ​ເຈ​ລະ​ຈາ​ຕ້ອງ​ດຳ​ເນີນ​ຢູ່​​ໃນ​ຂອບ​​ເຂດ​ທີ່​ກົດ​ໝາຍ​ອະນຸຍາດ, ລັດ​ຖະບານ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຜ່ອນ​ສັ້ນ​ຜ່ອນ​ຍາວ, ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ສອງ​ຝ່າຍ​​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​. ພ້ອມ​ກັນ​ນັ້ນ, ທ່ານ​ກໍ່​ຮຽກ​ຮ້ອງ​ໃຫ້​ຜູ້​ປະ​ທ້ວງຈົ່ງໃຈ​ເຢັນ​ແລະ​ອົດ​ກັ້ນ​ເພື່ອ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ແລະ​ປະ​ຊາ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ