ກອງ​ປະຊຸມ​ພິ​ເສດ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ຮັບຮອງຖະ​ແຫຼ​ງການ​ມະນີລາ​​

(GMT+08:00) 2010-03-17 19:00:24     cri
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ17​ມີ​ນານີ້, ກອງ​ປະຊຸມ​ພິ​​ເສດ​ລະດັບ​ລັດຖະ​ມົນຕີ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະນີລາ​ຂອງ​ຟິລິບ​ປິນ​ໄດ້​ຮັບຮອງ​ຖະ​ແຫຼ​ງການ​ມະນີ​ລາ, ​ເພື່ອ​ຊຸກຍູ້​ການ​ເຈລະຈາ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສາສະ​ໜາ​ຕ່າງ​ກັນ​ແລະ​ວັດ​ທະນະ​ທຳ​ຕ່າງ​ກັນ.

ຖະ​ແຫຼ​ງການ​ຂຽນ​ວ່າ, ​ໃນກອງ​ປະຊຸມ, ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​​ແລະ​ຜູ້ຕາງ​ໜ້າທີ່ມາ​ຈາກ105 ປະ​ເທດສະ​ມາຊິກ​​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ໄດ້​ປຶກສາ​ຫາລື​ສິ່ງ​ທ້າ​ທາຍ​ໃໝ່​ຕ່າງໆ​ຈາກ​ສະຖານະ​ການ​ປະຈຸ​ບັນ​ຕໍ່​ການ​ຊຸກຍູ້​ສັນຕິພາບ​ແລະ​ການ​ພັດທະນາ, ​ເຫັນ​ວ່າ​ເສລີພາບ, ສະ​ເໝີ​ພາບ, ຄວາມ​ສາ​ມະ​ຄີ, ​ການ​ອົດ​ກັ້ນແລະ​ນັບ​ຖື​ເຊິ່ງກັນ​ແລະ​ກັນ​ແມ່ນ​ຫຼັກ​ການ​ພື້ນຖານ​ຂອງ​ການ​ພົວພັນ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ