ເສດຖະກິດ​ອິນ​ໂດ​ເນ​ເຊຍ​​ໄດ້ຮັບ​ຜົນ​ປະ​ໂຫຍ​ດ​ຈາກ​ເຂດ​ການ​ຄ້າ​​ເ​ສລີ​ຈີນ​ອາ​ຊຽນ

(GMT+08:00) 2010-03-18 16:42:38     cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ມານີ້, ທ່ານ​ຊຸ​ສ​ໂວ​ໂນ, ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ອິນ​ໂດ​​ເນ​​ເ​ຊຍກ່າວ​ວ່າ, ນັບ​ແຕ່​ປະຕິບັດ​ສັນຍາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໃນ​ວັນ​ທີ1​ມັງກອນ​ນີ້​ເປັນ​ຕົ້ນ​ມາ, ຜະລິ​ດຕະພັນ​ຂອງ​ອິນ​ໂດ​ເນ​ເຊຍ​​ມີ​ທ່າ​​ແຮງ​ຫຼາຍ, ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ກັບ​ຈີນ​ໄດ້ປ່ຽບດຸນ​ການ​ຄ້າ2​ຕື້​ໂດ​ລາ.

ທ່ານ​ຊຸ​ສ​ໂວ​ໂນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເປັນ​ປະທານ​ຈັດ​ພິທີ​ອັດ​ງານ​ວາງສະ​ແດງ​ກະສິກຳ​ສາກົນ​ປີ2010​ຢູ່​ຈາ​ກາ​ຕາ​ໃນວັນ​ທີ17​ມີນາ​ນີ້.

ເລີ່​ມ​ແຕ່​ວັນ​ທີ1​ມັງກອນ​ນີ້​ເປັນຕົ້ນ​ໄປ, ສັນຍາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ ມີຜົນ​ບັງຄັບ​ໃຊ້. ​ໃນ​ໄລຍະ​ຕົ້ນ, ວິ​ສາ​ຫະກິດ​ຂອງ​ອິນ​ໂດ​​ເນ​ເຊຍ​ຈຳນວນ​ໜຶ່ງ​ເປັນ​ຫ່ວງ​ວ່າ​ສິນຄ້າ​ຂອງ​ຈີນ​ຈະມີ​ຜົນ​ກະທົບ​ຕໍ່​ສິນຄ້າ​ຂອງ​ຕົນ, ສະ​ນັ້ນ​ກໍ່​ຮຽກຮ້ອງ​ໃຫ້​ລັດຖະບານ​ເລື່ອນ​ເວລາ​ປະຕິບັດ​ສັນຍາ, ​ແຕ່​ວ່າ​ວິ​ສາ​ຫະກິດ​ນັບ​ມື້​ນັບ​ຫຼາຍ​​
ເລີ່​ມຍອມຮັບ​ວ່າການ​ຄ້າ​ເສລີ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ