ອາສາ​ສະ​ຫມັກ​ຂອງ​ງານ​ເອຊຽນ​ເກ​ມ​ກວາງ​ໂຈ່ວມີ​ເຖິງ6​ແສ​ນ​6ຫມຶ່ນ​ຄົນ

(GMT+08:00) 2010-03-19 11:15:11     cri


ຕາມ​ຂ່າວສານ​ຊິນ​ຮວາ:ມາຮອດວັນ​ທີ17​ມີນາ​ນີ້,​ໄດ້​ມີ6​ແສ​ນ6ຫມຶ່ນກ່ວາ​ຄົນ​ທີ່​ໄດ້ສຳ​ເລັດ​ການ​ຮ້ອງ​ຂໍ​ເປັນອາສາ​ສະຫມັກ​ຂອງ​ງານ​ເອຊຽນ​ເກ​ມ​ແລະ​ງານ​ກິລາ​ຄົນ​ພິການ​ອາຊີ​ໂດຍ​ຜ່ານ​ລະບົບສະ​ເຫ​ນີຊື່​ເປັນອາສາ​ສະຫມັກຂອງ​ແວດ​ໄຊທາ​ງການ​ຂອງ​ຄະນະ​ກຳມະການຈັດ​ງານ​ເອຊຽນ​ເກ​ມ​ກ​ວາງ​ໂຈ່​ວ ສະຖານ​ທີ່​ສະ​ເຫ​ນີຊື່95​ແຫ່ງ​ໃນ​ນະຄອນກ​ວາງ​ໂຈ່​ວ ​ແລະ​ການ​ສະ​ເຫ​ນີຊື່ດ້ວຍ​ຕົນ​ເອງ​ໂດຍຜ່ານ​ໂທລະສັບ​ມື​ຖື.

ໃນ​ນັ້ນ, ນັກ​ສຶກສາທີ່​ສະ​ເຫ​ນີຊື່ຫຼາຍ​ກ່ວາ4ແສນ5ຫມຶ່ນ​ຄົນ ກວມ​68%ຂອງ​ຈຳ​ນວນຜູ້​ຮ້ອງ​ຂໍ​ທັງຫມົດ.​ອາສາ​ສະຫມັກ​ທີ່​ເປັນ​ນັກ​ສຶກສາ​ແມ່ນ​ກຳລັງຫຼັກ​ແຫ່ຼງຂອງ​ມະຫະກຳ​ກິລາ​ອາຊີ​ຫຼື​ເອຊຽນ​ເກມ​ແລະ​ງານ​ກິລາ​ຄົນ​ພິການ​ອາຊີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ