ນັກວິຊາ​ການສິງກະ​ໂປ​ປຽບທຽບ​ບົດຮຽນ​ການພັດທະນາ​ຂອງ​ຈີນ​ແລະ​ສິງກະ​ໂປ

(GMT+08:00) 2010-03-19 16:52:58     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ18​ມີນາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼຽງ​ເວີນ​ຊົງ ສາ​ສະ​ດາ​ຈານ​ສະ​ຖາ​ບັນນະ​ໂຍບາຍ​ສາທາລະນະ​ລີກ​ວນຢູມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ກ່າວ​ວ່າ, ຈີນ​ແລະ​ສິງກະ​ໂປ​ມີ​ຄວາມ​ຄ້າຍຄື​ກັນ​ຫຼາຍ​ໃນ​ດ້ານ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ຕະຫຼາດ, ຮັບປະກັນ​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້ດີ​ຂຶ້ນ​ແລະ​ອື່ນໆ.

ທ່ານ​ກ່າວ​ວ່າ, ​ໃນ​ຂະ​ບວນການ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ, ສອງ​ປະ​ເທດລ້ວນ​ແຕ່​ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ກົດ​ເກນ​ເສດຖະກິດ​ຕະຫຼາດ, ​ແຕ່​ພ້ອມ​ກັນ​ນັ້ນ, ລັດຖະບານ​ຂອງ​ສອງ​ປະ​ເທດ​ລ້ວນ​​ແຕ່​ມີ​ຄວາມ​ສະຫຼາດ​ສ່ອງ​ໃສ​ໃນ​ດ້ານ​ວາງ​ນະ​ໂຍບາຍ​ກະ​ຕຸ້ນ​ເສດຖະກິດ​​ແລະ​ເລືອກ​ໂອກາດ​ແຊກ​ແຊງ​ຕະຫຼາດ. ວັດທະນະ​ລຳ​ແລະ​ທັດສະນະ​ຄຸນຄ່າ​ຂອງ​ສອງ​ປະ​ເທດ​ລ້ວນ​ແຕ່​ເນັ້ນ​ໜັກ​ຄວາ​ມກົມກຽວແລະ​ຄວາມ​ໝັ້ນຄົງ​ຂອງ​ສັງຄົມ. ສະ​ນັ້ນ, ລັດຖະບານ​ຂອງ​ສອງ​ປະ​ເທດ​ລ້ວນ​ແຕ່​ເອົາ​ໃຈ​ໃສ່ນຳ​ການວາງ​ແລະ​ປະຕິບັດ​ນະ​ໂຍບາຍ​ສັງຄົມ​ຕ່າງໆ ​ເຊັ່ນ: ​ເຮືອນ​ຢູ່, ການ​ປິ່ນປົວ​ແລະ​ປະກັນ​​ບຳນານ​ເປັນ​ຕົ້ນ.

ທ່ານ​ຫຼຽງ​ເວີນ​ຊົງ​ຍັງ​ກ່າວ​ວ່າ, ສິ່ງ​ທີ່​ແຕກ​ຕ່າງ​ກັນ​ນັ້ນ​ກໍ​ແມ່ນ, ສິງກະ​ໂປ​ແມ່ນ​ປະ​ເທດ​ນ້ອຍ, ວາງ​ແລະ​ປະຕິບັດ​ນະ​ໂຍບາຍ​ໄດ້​ງ່າຍ​ແລະ​​ໄດ້​ຮັບ​ຜົນ​ໄວ. ​ແຕ່​ຈີນ​ມີ​ເນື້ອ​ທີ່​ກວ້າງຂວາງ​ແລະ​ມີ​ປະຊາກອນ​ອັນ​ໄພສານ, ຕ້ອງການ​ເວລາ​ໄປ​ປະຕິບັດ​ນະ​ໂຍບາຍ​ແລ້ວ​ຈິ່ງ​ໄດ້​ເຫັນຜົນ​ຈາກ​ນະ​ໂຍບາຍ​ເຫຼົ່າ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ