ກຸ່ມ​​ເສື້ອ​ແດງ​ຂອງ​ໄທ​ກ່າວວ່າ ​ຍິນ​ດີ​ເຈລະຈາ​ກັບ​ລັດຖະບານ

(GMT+08:00) 2010-03-19 17:59:12     cri

ຕາມ​ຂ່າວCRI: ວັນ​ທີ 19 ມີນາ​ນີ້, ຢູ່​ນະຄອນຫຼວງ​ບາງກອກ,ກຸ່ມ​ແນມ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ ຫຼື ກຸ່ມ​ເສື້ອ​ແດງຂອງ​ໄທ​ປະກາດ​ວ່າ,​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ຈັດການ​ເຈລະຈາ​ຂອງ​ລັດຖະບານ, ​ແຕ່​ຫວັງ​ໃຫ້​ລັດຖະບານ​ສາມາດສະ​ແດງ​ຄວາມ​ຈິງ​ໃຈ​ຫຼາຍ​ກວ່າ​ເກົ່າ.

ມື້​ດຽວ​ກັນ,ຢູ່​ຂົວ​ຜ່ານ​ຟ້າ​ລີລາ​ດ ບ່ອນຈັດ​ງານ​ໂຮມ​ຊຸມ​ນຸມປະ​ທ້ວງ, ທ່ານຈະຕຸ​ພອນ ພົມ​ພັນ ຜູ້ນຳ​ກຸ່ມ​ເສື້ອ​ແດງ​ຜູ້​ໜຶ່ງ​ກ່າວ​ວ່າ, ກຸ່ມ​ແນມ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ຍິນ​ດີ​ຮັບ​ເອົາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ຈັດການ​ເຈລະຈາ​ຂອງ​ລັດຖະບານ, ​ແຕ່​ກາ​ນ​ເຈລະຈາ​ຕ້ອງ​ຖື​ການ​ຍຸບສະພາ​ຜູ້​ແທນ​ລາຊະ​ດອນ​ເປັນ​ຫົວ​ຂໍ້​ຕົ້ນຕໍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ