ກຸ່ມ​ເສື້ອ​ແດງແຫ່​ຂະ​ບວນປະ​ທ້ວງ​ຢ່າງຂະໜາດ​ໃຫຍ່ຢູ່​ບາງກອກ

(GMT+08:00) 2010-03-20 18:46:28     cri

ຕາມ​ຂ່າວCRI,ວັນ​ທີ20​ມິ​ນາ​ນີ້,ກຸ່ມ​ເສື້ອ​ແດງ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງຂະໜາດ​ໃຫຍ່​ຢູ່​ບາງກອກ,ສືບ​ຕໍ່​ຮຽກຮ້ອງ​ໃຫ້​ລັດຖະບານຍຸບສະພາຜູ້​ແທນ​ລາຊະ​ດອນ,ຈັດການ​ເລືອກ​ຕັ້ງ​ໃໝ່.

ຕອນ​ເຊົ້າປະມານ9​ໂມງ50​ນາ​ທີຂອງ​ວັນ​ທີ20ມິ​ນາ​ນີ້,ພາຍ​ໃຕ້ການ​ນໍາພາ​ຂອງ​ທ່ານ​ນັດ​ທະ​ວຸດ ສາຍ​ຂວາ​ແລະ​ທ່ານ​ຈະຕຸພອນ ພົນ​ພັນ​,ຜູ້​ນໍາ​ຂອງ​ກຸ່ມ​ເສື້ອ​ແດງ,ຂະ​ບວນລົດ​ຂອງ​ຜູ້​ປະ​ທ້ວງ​ໄດ້​ອອກ​ເດີນທາງ​ຈາກ​ບ່ອນ​ຊຸມນຸມ​ຕົ້ນ​ຕໍ​​ຄື​ຂົວ​ຜ່ານ​ຟ້າ​ລີ​ລາ​ດາ,​ເລີ່​ມ​ແຫ່​ຂະ​ບວນ​ຢ່າງ​ຂະໜາດ​ໃຫຍ່​ຕາມ​ເສັ້ນທາງ​ທີ່​ວາງ​ແຜນ​ໄວ້.ຂະ​ບວນລົດ​​ເປີດ​ທາງ​ດ້ວຍ​ລົດ​ຖີບ,ປະ​ກອບ​ດ້ວຍ​ລົດ​ກະ​ບະ​ແລະ​ລົດ​ຈັກ.

ກຸ່ມ​ເສື້ອ​ແດງ​ໄດ້​ເລີ່​ມຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງຂະໜາດ​ໃຫຍ່​ໃນ​ວັນ​ທີ14ມິ​ນາ​ນີ້,ຫລັງ​ຈາກຖືກ​ປະຕິ​ເສດ​ຄວາມຮຽກ​ຮ້ອງ​ທີ່​ໃຫ້​ຍຸບ​ສະພາ​ຜູ້​ແທນ​ລາຊະ​ດອນແລ້ວ,ໃນ​ວັນ​ທີ16​ຫາ​ວັນ​ທີ17​ໄດ້​ເທ​ເລືອດ​ຢູ່ໄປ​ສໍາ​ນັກ​ງານ​ນາຍົກ​ລັດຖະມົນ​ຕີ,ສໍານັກ​ງານ​ໃຫຍ່​ຂອງພັກ​ປະ​ຊາ​ທິປັດ,​ແລະ​ບ່ອນ​ຢູ່​ຂອງ​ທ່ານອະພິສິດ​ເວດ​ຊາ​ຊີວະ,ນາຍົກລັດຖະມົນ​ຕີ​ໄທ​ເພື່ອ​ໃຊ້​ຄວາມ​ກົດ​ດັນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ