ນົນ​ທະ​ບູລີ​ແລະ​ບາງກອກ​ຂອງ​ໄທ​ເກີດ​ເຫດການ​ລະ​ເບີດ​ສອງ​ເທື່ອ

(GMT+08:00) 2010-03-21 15:57:40     cri
ຕາມ​ຂ່າວCRI,ຕອນ​ຄ່ຳ​ວັນ​ທີ20​ມີນາ​ນີ້,ຈັງຫວັດ​ນົນ​ທະ​ບູລີ​ແລະ​ນະຄອນຫຼວງ​ບາງກອກ​ຂອງ​ໄທ​ໄດ້​ເກີດ​ເຫດການ​ລະ​ເບີດ​ສອງ​ເທື່ອ​ຕາມ​ລຳດັບ,​ເຮັດ​ໃຫ້​ທະຫານ​ສອງ​ຄົນ​​ໄດ້​ຮັບ​ບາດ​ເຈັບ.

ເວລາ​ປະມານ21​ໂມງ50ນາທີ​ມື້​ດຽວ​ກັນ,ມີ​ຄົນ​ທີ່​ບໍ່​ຮູ້​ຖານະ​ແກ​ວ່ງສິ່ງ​ລະ​ເບີດ​ໃສ່​ຕຶກ​ຫ້ອງການ​ໃໝ່​ຂອງ​ກົມ​ຕ້ານ​ສໍ້​ລາດ​ບັງ​ຫຼວງ​​ແຫ່ງ​ຊາດ​ໄທ​ທີ່​ຢູ່​ຈັງຫວັດ​ນົນ​ທະ​ບູລີ,​ ການລະ​ເບີດ​​ເຮັດ​ໃຫ້​ເດີ່ນ​ຫຍ້າຢູ່​ນອກ​ຕຶກ​ຫ້ອງການ​ມີ​ຂຸມ​ໃຫຍ່​ທີ່​ມີ​ເສັ້ນ​ຜ່າ​ກາງ​ຕັ້ງ30​ຊັງ​ຕີ​ແມັດ,ພ້ອມ​ທັງ​ເຮັດ​ໃຫ້​ຝາ​ໃນ​ຕຶກ​ຫ້ອງການ​ມີ​ຮູ​ແຕກ,​ແຕ່​ບໍ່​ໄດ້​ມີ​ຄົນ​ເສຍ​ຊີວິດ​ຫຼື​ບາດ​ເຈັບ.

ປະມານ23​ໂມງມື້​ດຽວ​ກັນ,ຢູ່​ປະຕູ​ຫຼັງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ຢູ່​ນະຄອນຫຼວງ​ບາງກອກ​ໄດ້​ເກີດ​ເຫດການ​ລະ​ເບີດ​ເທື່ອ​ໜຶ່ງ,​ເຮັດ​ໃຫ້​ທະຫານ​​ເວນຍາມ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ,ຫຼັງ​ຈາກ​ນັ້ນ​,ທະຫານ​ສອງ​ຄົນ​ນີ້​ໄດ້​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ