ຮອງ​ນາຍົກ​ຈີນ​ເຂົ້າ​ຢ້ຽມ​ຄໍ່າ​ນັບ​ປະທານ​ປະ​ເທດລາວ

(GMT+08:00) 2010-03-21 17:56:08     cri

ຕາມ​ຂ່າວ​ສານ​ຊິນ​ຮວາ,ວັນ​ທີ20​ມິ​ນາ​ນີ້,ຢູ່​ນະຄອນ​ຫລວງ​ວຽງ​ຈັນ,ທ່ານ​ຮຸຍ​ລຽງ​ຢູ້,ຮອງ​ນາ​ຍົກລັດຖະມົນ​ຕີ​ຈີນ​ໄດ້​ເຂົ້າ​ຢຽມຄໍ່າ​ນັບ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ,ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ,ປະທານ​ປະ​ເທດ​ລາວ.

ທ່າ​ນຮຸຍລຽງ​ຢູ້ກ່າວ​ວ່າ,ຈີນ​ແລະ​ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເກືອບ50​ປີ​ມາ​ນີ້,ການ​ພົວພັນ​ຂອງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ.ປີ​ກາຍ​ນີ້,ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ສັນກັນ​ຍົກ​ສູງ​ການ​ພົວພັນ​ຂອງ​ສອງ​ປະ​ເທດ​ເປັນ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ,ນີ້​ແມ່ນຫຼັກ​ໝາຍ​ທາງ​ໃໝ່ຂອງ​ປະຫວັດສາດ​ການ​ພົວພັນ​ຈີນ​ລາວ,ຈີນ​ສະ​ແດງ​ຄວາມ​ດີ​ໃຈ​ຢ່າງ​ຈິງ​ໃຈ.

ທ່ານ​ຮຸຍ​ລຽງ​ຢູ້ກ່າວ​ເນັ້ນ​ວ່າ,ຈີນ​ເອົາ​ໃຈ​ໃສ່​ກາ​ນພັດທະນາ​ກາ​ນພົວພັນ​ລາວ​ຈີນ​ໃນ​ລະດັບ​ສູງ,ຍິນ​ດີ​ຮ່ວມ​ກັບ​ລາວທໍາ​ຄວາມພະຍາຍາມກັນ​,ຊຸກ​ຍູ້​ໃຫ້ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ພັດທະນາ​ລົງ​ສູ່​ລວງເລິກ,​ສ້າງຜົນປະ​ໂຫຍດ​ແກ່​ປະຊາ​ຊົນ​ສອງຊາດ.ທ່ານ​ຮຸຍລຽງ​ຢູ່​ຍ້ອງຍໍ​ທ່ານ​ຈູມ​ມະ​ລີ​ທີ່​ສຸມກໍາລັງ​ແລະ​ປະກອບ​ສ່ວນ​ເຂົ້າ​ໃນການ​ພັດທະນາ​ການພົວພັນ​ໄມຕີ​ຈິດ​ມິດຕະພາບ​ລາວ​ຈີນ​​ໃນ​ເວລາ​ດົນ​ນານມາ​ນີ້.

ທ່ານ​ຈູມ​ມະ​ລີ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຈີນ​ທີ່​ນໍາ​ໃຊ້​ມາດ​ຕະການ​ທີ່ບັງ​ເກີດ​ຜົນ​ໃນ​ວິ​ກິດ​ການ​ການ​ເງິນ​ສາ​ກົນ.

ທ່ານ​ຈູມ​ມະ​ລີ​ກ່າວ​ວ່າ,ລາວ​ຂອບ​ໃຈ​ນໍາພັກ​ແລະ​ລັດຖະບານຈີນ​ທີ່ໃຫ້​ການສະໜັບ​ສະໜູນ​ແລະ​ຄວາມ​ຊ່ວຍ​ເຫລືອ​ອັນ​ລໍ້າ​ຄ່າຕໍ່​ກາ​ນພັດທະນາ​ຂອງ​ລາວ​ໃນ​ເວລາ​ດົນ​ນານມາ​ນີ້,ພໍ​ໃຈ​ນໍາ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າ​ຍຕ່າງ​ໄດ້ຜົນ​ລະ​ຫວ່າງລາວ​ຈີນ​ທີ່ໄດ້​ພັດທະນາ​ລົງ​ສູ່​ລວງເລິກ,ໝັ້ນ​ທ່ຽງ​ແລະ​ຮອບດ້ານ.​ໃນ​ສະຖານະ​ການ​ປະຈຸ​ບັນ​ນີ້,ການ​ເພີ່ມ​ທະວີ​ການ​ພົວພັນ​ລາວ​ຈີນ​ມີ​ຄວາມ​ໝາຍ​ສໍາ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ປະຕິ​ຮູບ,ຄວາມ​ໝັ້ນ​ຄົງ​ແລະການ​ພັດທະນາ​ຂອງ​ສອງ​ປະ​ເທ​ດ.ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ,ຮັດ​ແໜ້ນມິດຕະພາບອັນ​ມີ​ມູນ​ເຊື້ອ​ຂອງ​ສອງປະ​ເທດ,ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມືໃນ​ຂົງ​ເຂດ​ຕ່າງໆ,ຊຸກ​ຍູ້​ກາ​ນພົວພັນ​ຂອງ​ສອງ​ປະ​ເທ ດຂຶ້ນ​ສູ່​ລະດັບ​ໃໝ່.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ