ນາຍົກ​ໄທ​ແຕ່ງ​ຕັ້ງ​ຜູ່​ຕາງ​ໜ້າ​ຄົນ​ໃໝ່​ເພື່ອ​ເຈ​ລະຈາ​ກັບ​ກຸ່ມ​ເສື້ອ​ແດງ

(GMT+08:00) 2010-03-21 18:04:03     cri
ຕາມ​ຂ່າວCRI: ວັນ​ທີ21ມີນານີ້ ທ່ານ​ອະພິສິດ ​ເວດ​ຊາ​ຊິ​ວະ,ນາຍົກ​ໄທ​ກ່າວ​ວ່າ,ທ່ານຊິນນະ​ວອນ ບຸນ​ຍະ​ກຽດ,ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການຈະ​ເຂົ້າ​ແທນ​ທ່ານ​ສາາ​ທິດ ວົງ​ໜອງ​ເຕີຍ,ລັດຖະມົນຕີປະຈຳ​ສຳນັກງານນາຍົກລັດຖະມົນຕີ,​ເປັນຜູ່​ຕາງໜ້າລັດຖະບານ​ເພື່ອ​ເຈລະຈາ​ກັບຜູ່​ນຳ​ກຸ່ມ​ເສື້ອ​ແດງ.

ມື້​ດຽວ​ກັນ ທ່ານ​ອະພິສິດ​ຍັງ​ກ່າວ​ວ່າ,ລັດຖະບານ​ຈະ​ອະນຸຍາດກຸ່ມ​ເສື້ອ​ແດງ​ສື​ບຕໍ່​ໂຮມ​ຊຸມນຸມ,​ແຕ່​ບໍ່​ໃຫ້​ກຸ່ມເສື້ອ​ແດງສະ​ເໜີ​ເງື່ອນ​ໄຂເຈລະຈາອັນ​ໃໝ່ອີກ. ກ່ອນໜ້າ​ນີ້ ທ່ານ​ອະພິສິດ​ເຄີຍ​ກ່າວ​ວ່າ,ລັດຖະບານ​ແລະ​ຜູ່​ຕາງໜ້າກຸ່ມ​ເສື້ອ​ແດງ​ຈະ​ຫາລື​ໂຄງ​ຮ່າງ​ການ​ເຈລະຈາ​ສັນຕິພາບ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ທາງ​ການ​ເມືອງ​ໃນສະ​ເພາະ​ໜ້າ​ນີ້​ໃນ​ວັນ​ທີ22ມີນາ​ນີ້.​ແຕ່​ຜູ່​ນຳກຸ່ມ​ເສື້ອ​ແດງ​ສະ​ເໜີ​ວ່າ​ຈະເຈລະຈາ​ກັບ​ທ່ານ​ອະພິສິດ​ເທົ່າ​ນັ້ນ.

ຜົນ​ການ​ຢັ່ງ​ປະຊາ​ມະຕິ​ໃນ​ຫວ່າງ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຊາຊົນ​ສ່ວນ​ຫຼາຍ​ຫວັງ​ໃຫ້​ລັດຖະບານ​ເຈລະຈາ​ກັບກຸ່ມເສື້ອ​ແດງ,​ເພື່ອ​ສິ້ນ​ສຸດຄວາມປັ່ນ​ປ່ວນ​ທາງ​ການ​ເມືອງ​ໃນ​ປະຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ