ພັກ​ກອມ​ມູ​ນິດ​ຈີນ​ອວຍ​ພອນ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 55 ປີ

(GMT+08:00) 2010-03-22 16:19:25     cri
ຕາມ​ຂ່າວ CRI: ວັນ​ທີ 22 ມີນາ​ນີ້, ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສົ່ງ​ໂທລະ​ເລກ​ໄປ​ຍັງ​ຄະນະ​ບໍລິຫານງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ອວຍພອນ​ພັກ​ປະຊາຊົນ​ປະຕິວັດ​ລາວ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 55 ປີ.

ໂທລະ​ເລກ​ຂຽນ​ວ່າ, ​ໃນ 55 ປີ​ທີ່​ຜ່ານ​ມາ, ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ນຳພາ​ປະຊາຊົນ​ລາວ, ສຳ​ເລັດ​ພາລະກິດ​ປົດ​ປ່ອຍຊາດ​ແລະ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ​ກັນ​ຢ່າງ​ມີ​ໄຊ, ​ແລະ​ໄດ້​ຮັບ​ຜົນສຳ​ເລັດອັນ​ເດັ່ນ​ຊັດ​ໃນ​ການ​ສ້າງສາ​ສັງຄົມ​ນິຍົມ​ແລະພາລະກິດ​ການ​ປ່ຽນ​ແປງ​ໃໝ່. ພວກ​ຂ້າ​ພະ​ເຈົ້າ​ຮູ້ສຶກປິ​ຕິ​ຊົມ​ຊື່ນ​ຢ່າງ​ຈິງ​ໃຈ​ຕໍ່​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ລາວ. ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ນຳພາ​ອັນ​ເຂັ້ມ​ແຂງ​ຂອງ​ພັກ​ປະ​ຊາ​ຊົນ​ປະຕິວັດ​ລາວ​ທີ່​ມີ​ສະຫາຍ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ເປັນ​ເລຂາທິການ​ໃຫຍ່, ​ຈະ​ສ້າງ​ລາວ​ເປັນ​ປະ​ເທດ​ອຸດສາ​ຫະກຳ​ແລະ​ທັນ​ສະ​ໄໝ​ຢ່າງ​ແນ່ນອນ.

ໂທລະ​ເລກຂຽນ​ວ່າ, ພັກ​ແລະ​ລັດ​ຖະບານຈີນ​ຖື​ມິດຕະພາບ​ທີ່​ມີມູນ​ເຊື້ອ​ລະຫວ່າງ​ຈີນ​ລາວ​ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າຂອງ​ສອງ​ພັກ, ສອງລັດ​ແລະ​ປະຊາຊົນ​ສອງ​ຊາດມາ​ໂດຍ​ຕະຫຼອດ, ​ເອົາ​ໃຈ​ໃສ່​ນຳ​ການ​ປັບປຸງ​ແລະ​ພັດທະນາ​ມິດຕະພາບ​ທີ່​ມີມູນ​ເຊື້ອ​ລະຫວ່າງ​ຈີນລາວຈາກ​ລະດັບ​ຍຸດ​ທະ​ສາດ​ມາ​ໂດຍ​ຕະຫຼອດ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ລາວ, ອອກ​ແຮງ​ສຸດ​ຂີດ​ເພື່ອ​ຈັດ​ຕັ້ງປະຕິບັດ​ຄວາມ​ເຫັນ​ເອກະ​ສັນ​ກັນ​ອັນ​ສຳຄັນ​ທີ່​ຜູ້ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດ​ຕົກລົງ​ກັນ, ​ເປີດ​ກວ້າງ​ຂົງ​ເຂດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​​ສອງ​ລັດ​ຢ່າງ​ບໍ່​ຢຸດ​ຢັ້ງ, ສືບ​ຕໍ່​ສ້າງ​ແລະ​ລົງ​ເລິກ​ເນື້ອ​ໃນ​ແຫ່ງ​ການຮ່ວມ​ມື​ແບບ​ມິດ​ຕະພາບ​ລະຫວ່າງ​ສອງ​ຝ່າຍ, ​ເຮັດ​ໃຫ້​ມິດຕະພາບ​ລະ​ຫວ່າງ​ຈີນ​ລາວ​ສືບ​ຕໍ່​ໄປ​ຕະ​ຫຼອດ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ