ໄທ​ຈະ​ຕໍ່​ເວລາ​ປະຕິບັດພະ​ລາຊະ​ບັນຍັດ​ຮັກສາ​ຄວາມ​ໝັ້ນຄົງ

(GMT+08:00) 2010-03-22 16:47:45     cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ22​ມີນາ​ນີ້,ທ່ານ​ສຸ​ເທບ ​ເທືອ​ກສຸບັນ ຮອງ​ນາຍົກ​ລັດ​ຖະ​ມົນ​ຕີ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຄວາມໝັ້ນຄົງ​ຂອງ​ໄທ​ກ່າວ​ວ່າ,ທ່ານ​ຈະ​ຮ້ອງ​ຂໍ​ກອງ​ປະຊຸມ​ຄະນະ​ລັດຖະບານ​ອະ​ນຸ​ມັດ​ໃຫ້​ຕໍ່​ເວລາ​ປະຕິບັດ​ພະ​ລາຊະ​ບັນຍັດ​ການ​ຮັກສາ​ຄວາມ​ໝັ້ນຄົງ​ໃນ​ລາຊະ​ອານາຈັກ​ໄປ​ຮອດ​ວັນ​ທີ30​ເດືອນ​ນີ້,​ແລະ​ສະ​ເໜີ​ໃຫ້​ປະຕິບັດ​​ຢູ່​ພຽງ​ນະຄອນ​ຫຼວງ​ບາງ​ກອກທີ່​ມີ​ໜ່ວຍ​ງານ​ລະດັບ​ກະຊວງ​ຫຼາຍ​ແຫ່ງ​ແລະ​ສະໜາມ​ບິນ​ສາກົນ​ສຸວັນນະ​ພູມ​ທີ່​ເປັນ​ສະໜາມ​ບິນ​​ໃຫຍ່​ທີ່​ສຸດ​ແລະບໍລິ​ເວນ​ໃກ້​ຄຽງ​ຄືຈັງຫວັດ​ນົນ​ທະ​ບູລີ​ແລະ​ຈັງ​ຫວັດ​ສະມຸດ​ປາການ.

ຄະນະ​ລັດ​ຖະບານ​ໄທ​ໄດ້​ຕົກລົງ​ໃນ​ຕົ້ນ​ເດືອນ​ນີ້​ວ່າ,ປະຕິບັດ​ພະລາຊະ​ບັນຍັດ​ນີ້ຢູ່​ນະຄອນຫຼວງ​ບາງກອກ​ພ້ອມ​ດ້ວຍ21​ອຳ​ເພີ​ຂອງ7​ຈັງຫວັດ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ແຕ່​ວັນ​ທີ11​ຫາ​ວັນ​ທີ23​ເດືອນ​ນີ້,ອະນຸຍາດ​ໃຫ້ທະຫານ​ສາມາດຊ່ວຍ​ຕຳຫຼວດຮັກສາ​ຄວາມ​ສະ​ຫງົບ.

ທ່ານ​ສຸ​ເທບ​ເທືອ​ກສຸບັນ​ຍັງ​ກ່າວ​ວ່າ,ກອງ​ປະຊຸມ​ປະຈຳ​ອາທິດ​ນີ້​ຂອງ​ຄະນະ​ລັດຖະບານ​ໄທ​ຈະ​ປ່ຽນ​ໄປ​ຈັດ​ຢູ່​ທີ່​ກະຊວງ​ສາທາລະນະ​ສຸກ​ທີ່​ຢູ່​ຈັງຫວັດ​ນົນ​ທະ​ບູລີ​ທາງ​ພາກ​​ເໜືອ​ຂອງ​ນະຄອນຫຼວງ​ບາງກອກ,​ເພື່ອ​ຫຼີກ​ເວັ້ນບໍ່​ປະ​ທະ​ກັນ​ກັບ​ຜູ່​ປະ​ທ້ວງ.

ມື້​ດຽວ​ກັນ,ຜູ່​ນຳ​ກຸ່ມ​ເສື້ອ​ແດງ​ ​ກ່າວ​ວ່າ,ວັນ​ທີ23​ມີນາ​ນີ້,ກຸ່ມ​ເສື້ອ​ແດງ​ຈະ​ໄປ​ກະຊວງ​ສາທາລະ​ນະ​ສຸກ,ສືບ​ຕໍ່​ເພີ່ມ​ແຮງ​ກົດ​ດັນ​ຕໍ່​ທ່ານ​ອະ​ພິສິດ​ເພື່ອ​ຮຽກຮ້ອງ​ໃຫ້​ຍຸບ​ສະພາ​ຜູ່​ແທນ​ລາຊະ​ດອນແລ້ວ​ຈັດການ​ເລືອກ​ຕັ້ງ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ