ລັດຖະບານ​ໄທ​ກັບ​ກຸ່ມ​ເສື້ອ​ແດງ​ບໍ່​ໄດ້​ເຈລະຈາຕາມ​ເວລາ​ກຳນົດ

(GMT+08:00) 2010-03-22 16:49:42     cri
ຕາມ​ຂ່າວສານ​ຊິນ​ຮວາ,ຍ້ອນ​ວ່າ​ກຸ່ມ​ເສື້ອ​ແດງ​ຂອງ​ໄທ​ຮຽກຮ້ອງ​ຢາກ​ເຈລະຈາ​ໂດຍ​ກົງ​ກັບ​ທ່ານ​ອະພິສິດ​ເວດ​ຊາ​ຊີວະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​,ສະ​ນັ້ນ,ລັດຖະບານ​ໄທ​ກັບ​ກຸ່ມ​ເສື້ອ​ແດງ​ຈິ່ງ​ບໍ່​ໄດ້​ຈັດການ​ເຈລະຈາ​ທີ່​ມີ​ຈຸດປະສົງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງກັນ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ນັ້ນ​ຕາມ​ເວລາ​ກຳນົດ.

ຕາມ​ການ​ກຳນົດ,ການ​ເຈລະຈາ​ຈະ​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ​ແຫ່ງ​ໜຶ່ງທີ່​ໃກ້​ໆ​ກັບ​ຂົວ​ຜ່ານຟ້າ​ລີລາດ​ທີ່​ເປັນ​ສະຖານ​ທີ່​ໂຮມຊຸມນຸມ​ປະ​ທ້ວງ​ທີ່​ສຳຄັນ​ຂອງ​ກຸ່ມ​ເສື້ອ​ແດງ​ໃນ​ເວລາ11​ໂມງ30​ນາທີ​ຂອງ​ວັນ​ທີ22​ມີນາ​ນີ້.​ແຕ່​ວ່າ​ເມື່ອ​ຮອດ​ເວລາ​ກຳນົດ​ແລ້ວ,ຜູ່​ແທນ​ສອງ​ຝ່າຍ​ລ້ວນ​ແຕ່​ບໍ່​ໄດ້​ມາປະກົດ​ຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ