ໄພ​ແຫ້ງ​ແລ້ງ​ທີ່​ແກ່​ຍາວ​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ຟິ​ລິ​ບປິນ

(GMT+08:00) 2010-03-23 18:11:15     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ກະຊວງ​ກະສິກຳ​ຟິລິບ​ປິນອອກ​ແຈ້ງ​ການ​ສະບັບ​ຫຼ້າສຸດ​ໂດຍ​ກ່າວ​ວ່າ, ໄພ​ແຫ້ງ​ແລ້ງ​ທີ່​ແກ່ຍາວ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ 23 ​ແຂວງ​ຂອງຟິລິ​ບປິນ. ​ໄລ່​ມາ​ຮອດວັນ​ທີ 1 ມີນາ​ນີ້, ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໄພ​ແຫ້ງ​ແລ້ງ​ໄດ້​ນຳ​ເອົາ​ຜົນ​ເສຍ​ຫາຍ​ປະມານ 245 ລ້ານ​ໂດ​ລາ​ໃຫ້​ແກ່​ຂະ​ແໜງ​ການ​ກະສິກຳ​ຂອງ​ຟິລິບ​ປິນ, ບາງ​​ເຂດ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ດ້ານ​ການ​ສະໜອງ​ນ້ຳໃຊ້​ໃນ​ຊີວິດ​ປະຈຳ​ວັນ. ປະຈຸ​ບັນ, ສະພາບໄພ​ແຫ້ງ​ແລ້ງ​ຍັງ​ພວມ​ສືບ​ຕໍ່​ຢູ່.

ນັບ​ແຕ່​ເດືອນ​ພະຈິກ​ປີ​ກາຍ​ນີ້​ມາຮອດ​ປະຈຸ​ບັນ, ຟິລິບ​ປິນບໍ່​ມີ​ຝົນຕົກ​ແຮງ​ຈັກ​ເທື່ອ. ຜູ້​ຊ່ຽວ​ຊານ​ອຸຕຸນິຍົມ​ຂອງ​ຟິລິບ​ປິນກ່າວ​ວ່າ, ​ໄພ​ແຫ້ງ​ແລ້ງ​ເທື່ອ​ນີ້​ແມ່ນ​​ເກີດ​ຂຶ້ນ​ຍ້ອນ​ປະກົດ​ການ​​ແອວ​ນິນ​ໂຍ, ປະກົດ​ການ​ດັ່ງກ່າວ​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ມິຖຸນາ.

ປະກົດ​ການ​ແອວ​ນິນ​ໂຍແມ່ນ​ປະກົດ​ການນ້ຳ​ທະ​ເລ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ກາງ​ຂອງປາຊິ​ຟິກ​ເສັ້ນ​ສູນ​ສູດ​ອຸ່ນ​ຂຶ້ນ​ຢ່າງ​ຜິດ​ປົກກະຕິ, ​ເມື່ອ​ເກີດ​ປະກົດ​ການ​ນີ້, ມັກ​ຈະ​ເຮັດ​ໃຫ້ບາງ​ເຂດເກີດ​ມີ​ໄພ​ແຫ້ງ​​ແລ້ງ, ບາງ​ເຂດ​ຝົນ​ຕົກຫຼາຍ​ເກີນ​ໄປ, ນຳ​ເອົາ​ຜົນ​ເສຍ​ຫາຍ​ຢ່າງໜັກໜ່ວງ​ມາ​ສູ່​ມວນ​ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ