ລັດຖະບານ​ໄທ​ຍັງຈະ​ຊອກ​ຫາ​ຊ່ອງ​ທາງ​​ເຈລະຈາ​ກັບ​ກຸ່ມ​ເສື້ອ​ແດງ

(GMT+08:00) 2010-03-23 19:21:25     cri

ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ23ມີນາ​ນີ້, ທ່ານ​ກອບ​ສັກ ສະພາວະ​ສຸ,​ເລຂາ​ທິການ​ຂອງ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ,ລັດຖະບານ​ໄທ​ຍັງຈະ​ຊອກ​ຫາຊ່ອງ​ທາງ​ເຈລະຈາ​ກັບ​ກຸ່ມ​ເສື້ອ​ແດງ​ທີ່ຕໍ່​ຕ້ານ​ລັດຖະ​ບານ​ເພື່ອແກ້​ໄຂຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ເມືອງ​ຂອງ​ໄທໃນ​ປະຈຸ​ບັນ.


ທ່ານກອບ​ສັກກ່າວ​ວ່າ,​ເຖິງ​ວ່າການ​ເຈລະ​ຈາ​ທີ່​ໄດ້​ຕົກລົງ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ22​ມີນາ​ນີ້​ບໍ່​ໄດ້​ຈັດ​ຂຶ້ນ​ຕາມ​ເວລາ​ກຳນົດ,​ແຕ່​ທ່ານ​ກໍ່ຮູ້​ສຶກ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ບັນລຸ​ການ​ເຈລະ​ຈາ​ໃນ​ທີ່ສຸດ.ທ່ານ​ຍັງ​ກ່າວ​ວ່າ,ການ​ເຈລະຈາ​ໃນ​ອະນາ​ຄົດ​ຈະ​ບໍ່​ລວມ​ເອົາ​ເລື່ອງ​ທີ່​ກ່ຽວ​ກັບ​ທ່ານ​ທັກສິນ ຊີ​ນນະ​ວັດ, ອະດີດ​ນາຍົກ​ລັດ​ຖະມົນຕີ​ໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ