ນາ​ຍົກ​ລັດຖະມົນ​ຕີ​ກຳປູ​ເຈຍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ນໍ້າຂ​ອງ

(GMT+08:00) 2010-03-24 16:37:57     cri
ຕາມ​ຂ່າວສານ​ຊິນ​ຮວາ:ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຮ່ວມ​ມື​ສາກົນ​ຂ​ອງກຳປູ​ເຈ​ຍ​ໄດ້​ຖະ​ແຫຼ​ງຂ່າວ​ໃນ​ວັນ​ທີ23​ມີນາ​ນີ້​ວ່າ,ທ່ານ​ຮຸນ​ເຊັນນາ​ຍົກ​ລັດຖະມົນ​ຕີ​ກຳປູ​ເຈຍ​ຈະເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄະນະ​ກຳມະການ​ແມ່ນໍ້າຂ​ອງຫຼື​MRCຄັ້ງ​ທີ​ໜຶ່ງທີ່​ຈະ​ຈັດ​ຂຶ້ນ​ໃນລະຫວ່າງ​ວັນ​ທີ4​ຫາ5​ເດືອນ​ໜ້າ​ຢູ່​ຈັງຫວັດ​ປະ​ຈວບ​ຄີລີ​ຂັນ​ຂອງ​ໄທ.ຊຶ່ງ​ຈະ​ເປັນ​ການ​ເດີນທາງ​ໄປ​ປະ​ເທດ​ໄທ​ເພື່ອເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລະ​ດັບ​ພາກ​ພື້ນ​ເທື່ອ​ທຳ​ອິດຂອງ​ທ່ານ​ຮຸນ​ເຊັນ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ອະພິສິດ​ເວດ​ຊາ​ຊີວະ ນາ​ຍົກ​ລັດຖະມົນ​ຕີ​ໄທ​ຫຼັງຈາກ​ສາຍ​ພົວພັນ​​ລະຫວ່າງ​ກຳປູ​ເຈຍ​ແລະ​ໄທ​ໄດ້​ຊຸດ​ໂຊມ​ຢ່າງ​ໜັກ​ຍ້ອນ​ລັດຖະບານ​ກຳ​ປູ​ເຈຍ​ໄດ້​ແຕ່ງ ຕັ້ງ​​​ທ່ານ​ທັກ​ສິນ​ຊິນນະ​ວັດອະ​ດີດ​ນາຍົກ​ລັດຖະມົນຕີ​ໄທ​ເປັນ​ທີ່​ປຶ​ກສາ​ເສດຖະກິດ​ຂອງ​ລັດຖະບານ​ກຳ​ປູ​ເຈຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ