ສັນ​ຍາ​ຫຼາຍ​ຝ່າຍ​ຂອງ​ຂໍ້​ລິ​ເລີ່ມ​ຊຽງ​ໃໝ່​ເລີ່ມ​ມີ​ຜົນ​ບັງ​ຄັບ​ໃຊ້

(GMT+08:00) 2010-03-24 18:01:58     cri
ຕາມ​ຂ່າວ CRI: ວັນ​ທີ 24 ມີນາ​ນີ້, ທະນາຄານ​ປະຊາຊົນ​ຈີນ​ເຊິ່ງ​ເປັນ​ທະນາຄານ​ກາງຂອງ​ຈີນ​ເຜີຍ​ໃຫ້ຮູ້​ວ່າ, ມື້​ດຽວ​ກັນ, ລັດຖະມົນຕີ​ການ​ເງິນ​ແລະ​ປະທານ​ທະນາຄານ​ກາງຂອງ​ອາຊຽນບວກ 3, ຄື: ຈີນ, ຍີ່​ປຸ່ນ​ແລະ​ເກົາຫຼີ, ພ້ອມ​ດ້ວຍ​ຜູ້​ອຳນວຍ​ການ​ໃຫຍ່​ຂອງ​ພະ​ແນ​ກຄຸ້ມ​ຄອງ​ການ​ເງິນ​ຮົງ​ກົງ​ຈີນຮ່ວມ​ກັນ​ປະກາດວ່າ, ສັນຍາຫຼາຍ​ຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​​ໃໝ່​​ເລີ່ມມີ​ຜົນ​ບັງຄັບ​ໃຊ້ນັບ​ແຕ່​ວັນ​ທີ 24 ມີນາ​ນີ້​ເປັນ​ຕົ້ນ​ໄປ.

ການ​ຫັນ​ເປັນຫຼາຍຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​ໃໝ່​ແມ່ນ​ກົນ​ໄກ​ແລກປ່ຽນ​ເງິນ​ຕາ​ຫຼາຍ​ຝ່າຍ​ທີ່​ມີ​ສະ​ມາຊິກ​ອາຊຽນບວກ 3 ​ເຂົ້າຮ່ວມ​ທີ່​ສ້າງ​ຂຶ້ນຢູ່​ບົນ​ພື້ນຖານກົນ​ໄກ​ແລກປ່ຽນ​ເງິນຕາ​ສອງ​ຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​​ໃໝ່​ທີ່​ໃຊ້​ໃນ​ປະຈຸ​ບັນ, ມີ​ຈຸດປະສົງ​ເພື່ອດຳ​ເນີນ​ການ​ຄ້າ​ແລກປ່ຽນ​ເງິນຕາ​ຢ່າງ​ວ່ອງ​ໄວ​ແລະ​ເປັນ​ເອກະ​ພາບ​ກັນ​ໂດຍ​ຜ່ານກົນ​ໄກ​ຕົກລົງ​ຮ່ວມ​ກັນ​ພາຍ​ໃຕ້​ສັນຍາ​ດຽວ​ກັນ.

ການ​ຫັນ​ເປັນຫຼາຍຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​ໃໝ່​​ໄດ້​ລະດົມ​ທຶນ 120 ຕື້​ໂດ​ລາສະຫະລັດ, ​ເປົ້າໝາຍ​ຕົ້ນຕໍ​ແມ່ນ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ດ້ານລາຍ​ຮັບ​ລາຍ​ຈ່າຍ​ສາກົນ​ແລະ​ເງິນຕາ​​ແລກປ່ຽນ​ໃນ​ໄລຍະ​ສັ້ນ​ພາຍ​ໃນ​ພາກ​ພື້ນ​ນີ້. ​ໃນ​ຄັງ​ສະ​ສົມ​​ເງິນ​ທີ່​ມີ 120 ຕື້​ໂດ​ລາ, ຈີນ, ຍີ່ປຸ່ນ​ແລະ​ສ.ເກົາຫຼີ​ອອກທຶນ 80%, 10 ປະ​ເທດ​ອາຊຽນ 20%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ