ກຳ​ປູ​ເຈຍ​ດຳ​ເນີນ​ກິດ​ຈະ​ກຳ​ສັກ​ຢາ​ວັກ​ແຊັງ​ກັນ​ພະ​ຍາດ​ໄຂ້​ຫວັດ​ໃຫຍ່​ສາຍ​ພັນ​ໃຫມ່H1N1​ເປັນ​ຄັ້ງ​ທຳ​ອິດ

(GMT+08:00) 2010-03-25 14:56:08     cri

​ຕາມ​ຂ່າວສານ​ຊິນ​ຮວາ(ພະນົມ​ເປັນ): ວັນ​ທີ24​ມີນາ​ນີ້, ກຳປູ​ເຈຍ​ໄດ້​ເລີ່​ມດຳ​ເນີນ​ກິດຈະກຳ​ສັກ​ຢາ​ວັກ​ແຊັງກັນ​ພະຍາ​ດ​ໄຂ້ຫວັດ​ໃຫຍ່​ສາຍ​ພັນໃຫມ່​H1N1​ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ໂດຍ​ບໍ່​ເສຍ​ຄ່າ​ເພື່ອ​ສະກັດ​ກັ້ນ​ການ​ແຜ່​ລະບາດຂອງ​ພະຍາດ​ດັ່ງ​ກ່າວ​ເປັນຄັ້ງ​ທຳ​ອິດ.

ເຈົ້າ​ຫນ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງກຳປູ​ເຈຍ ຜູ້​ແທນ​ຈາກອົງການ​ອະນາ​ໄມ​ຫຼືWHO​ແລະ​ບຸກຄົນ​ສຳຄັນ​ຈາກ​ວົງ​ການຕ່າງໆ​100ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກິດຈະ​ກຳ​ສັກ​ຢາ​ວັກ​ແຊັງກັນ​ພະຍາດ​ໄຂ້ຫວັດ​ໃຫຍ່​ສາຍ​ພັນໃຫມ່​H1N1​ເຊິ່ງຈັດ​ຂຶ້ນ​ຢູ່​ໂຮງຫມໍ​ກາ​ແດງຢູ່ພະນົມ​ເປັນ​ໃນ​ວັນ​ດັ່ງກ່າວ.​​​ໃນ​ພິທີ​ດັ່ງກ່າວ, ທ່ານເຈົ້າ​ຄອງ​ນະຄອນ ພະນົມ​ເປັນ​ໄດ້​ກ່າວ​ວ່າ,ມາຮອດ​ກາງ​ເດືອນ​ມີນາ​ນີ້, ກຳປູເຈຍ​ໄດ້​ພົບ​ຜູ້​ຕິດ​ເຊື້ອ​ໄຂ້​ຫວັດ​ໃຫຍ່​ດັ່ງກ່າວ566​ກໍ​ລະ​ນີ​ ,ໃນ​ນັ້ນມີ​ຜູ້​ເສຍ​ຊີວິດ6​ກໍ​ລະ​ນີ​.ເຊື່ອ​ວ່າ​ການສັກ​ຢາ​ວັກ​ແຊັງກັນ​ພະຍາດ​ໄຂ້ຫວັດ​ໃຫຍ່​ສາຍ​ພັນໃຫມ່​H1N1​ຈະ​ສະກັດ​ກັ້ນ​ການ​ແຜ່​ລະບາ​ດຂອງ​ພະຍາດ​ດັ່ງ​ກ່າວ​ຢ່າງ​ມີ​ປະສິດທິຜົນ​.

ຜູ້​ແທນ​ຂອງອົງການ​WHOປະຈຳ​ກຳປູ​ເຈຍ​​ໄດ້​​ກ່າວວ່າ: ​ຢາ​ວັກ​ແຊັງກັນ​ພະຍາ​ດ​ໄຂ້ຫວັດ​ໃຫຍ່​​ສາຍ​ພັນໃຫມ່​H1N1​ທີ່ ກຳປູ​ເຈຍພວມ​ໃຊ້​ແມ່ນ​ໄດ້​ຮັບ​ຈາກ​ບາງ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນຢູ່​ພາຍ​ໃຕ້​ການ​ປະສານ​ງານ​ຂອງ​ອົງການWHO,ລວມທັງ​ຫມົດມີ1​ລ້ານ5​ແສນຫລອດ.​ເຊິ່ງ3​ແສນຫລອດທີ່​​ເປັນ​ງວດ​ທຳ​ອິດແມ່ນ​ໃຊ້​ສຳລັບ​ພະນັກງານ​ແພດ ຜູ້​ຖືພາ​ແລະ​ເດັກ​ນ້ອຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ