ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ຕ້ອນ​ຮັບ​ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ

(GMT+08:00) 2010-03-25 18:05:09     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນທີ 24 ມີນາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານທອງສິງ ທຳ​ມະ​ວົງ, ປະທານ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຕ້ອນຮັບ​ທ່ານ​ນາງ​ຢຽນຈຸ້ນຊີ, ຮອງປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ສອງ​ຝ່າຍ​ໄດ້​ສົນທະນາ​ກັນ​ຢ່າງ​ສະໜິດ​ສະໜົມ.

ທ່ານ​ທອງ​ສິງກ່າວ​ວ່າ, ​ເມື່ອ​ກ້າວ​ເຂົ້າ​ສູ່​ສະ​ຕະ​ວັດ​ໃໝ່​ແລ້ວ, ການ​ພົວພັນ​ລາວ​ຈີນ​ພັດທະນາ​ກ້າວ​ໄປໜ້າ​ຢ່າງໝັ້ນ​ທ່ຽງ. ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ສະພາ​ສອງ​ປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສະພາ​ແຫ່ງ​ຊາດ​ລາວ​ຍິນ​ດີສືບ​ຕໍ່ຮັກສາ​ການ​ໄປ​ມາ​ຫາ​ສູ່​ກັນ​ຂອງ​ກຽມ​ນຳລະດັບ​ສູງ​ກັບ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ການ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ບົດຮຽນ​ໃນ​ດ້ານ​ການ​ຕິດຕາມ​ກວດກາ​ດດ້ວຍ​ການ​ນິຕິ​ບັນຍັດ, ຊຸກ​ຍູ້​ການຮ່ວມ​ມື​ລະຫວ່າງ​ສະພາ​ສອງ​ປະ​ເທດ​ກ້າວຂຶ້ນສູ່​ລະດັບ​ໃໝ່.

ທ່ານນາງ​ຢຽນຈຸ້ນຊີ​ກ່າວ​ວ່າ, ການ​ພົວພັນ​ຈີນ​ລາວ​ໄດ້ຮັບ​ຄວາມ​ຄືບໜ້າ​ຢ່າງ​ໃຫຍ່ຫຼວງ​ໃນ​ປີ​ມໍ່ໆ​ມາ​ນີ້, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາໃຫ້​ແກ່​ປະຊາຊົນ​ສອງ​ຊາດ. ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຍິນ​ດີ​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ຢ່າງຮອບດ້ານ, ​ເພື່ອ​ປະກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ທ່ານນາງ​ຢຽນຈຸ້ນຊີ​ແມ່ນ​ເລີ່​ມ​ໄປ​ຢ້ຽມ​ຢາມ​ມິດຕະພາບ​ຢູ່​ລາວ​ແຕ່​ວັນ​ທີ 24 ມີນາ​ນີ້​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ສະພາ​ແຫ່ງ​ຊາດ​ລາວ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ນາງຢຽນຈຸ້ນຊີ​​ໄດ້​ພົບ​ປະ​ກັບ​ທ່ານ​ໄຊ​ສົມພອນ ພົມວິຫານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ, ​ໂດຍ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ສະພາ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ