ຈີນ​ກາຍ​ເປັນ​ຕະ​ຫຼາດ​ໃຫຍ່​ທີ່​ສຸດ​ຂອງ​ໄທ​ໃນ​ດ້ານ​ການ​ສົ່ງ​ອອກ

(GMT+08:00) 2010-03-25 18:38:21     cri
ຕາມ​ຂ່າວສານ​ຊິ່ນຮວາ: ຫວ່າງ​ມໍ່​ໆ​ນີ້, ສູນ​ຄົ້ນຄວ້າ​ຊາວ​ກະສິກອນ​ໄທ​ຮວາຂອງ​ໄທ​ທີ່​​ເປັນ​ຄັງ​ສະໜອງ​ຊື່​ດັງ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໂດຍ​ກ່າວ​ວ່າ, ​ໃນ 2 ​ເດືອນ​ຕົ້ນ​ປີ​ນີ້, ການ​ສົ່ງ​ອອກ​​ໄປ​ຈີນ​ຂອງ​ໄທ​ເພີ່​ມ​ຂຶ້ນ 84,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ຈີນ​​ໄດ້​ເຂົ້າ​ແທນ​ອາ​ເມ​ລິ​ກາ​ກາຍ​ເປັນ​ຕະຫຼາດ​ໃຫຍ່​ທີ່​ສຸດ​ຂອງ​ໄທ​.

ບົດ​ລາຍ​ງານ​ຂຽນ​ວ່າ, ການສົ່ງ​ອອກ​ໄປ​ຈີນ​ຂອງ​ໄທ​ໃນ​ປີ​ນີ້​ອາດ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຍ້ອນ​ເສດຖະກິດ​ຈີນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແລະ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ສ້າງ​ສຳ​ເລັດ​ຢ່າງ​ຮອບດ້ານ. ຄາດ​ວ່າ, ​ໃນ​ 6 ​ເດືອນ​ຕົ້ນ​ປີ​ນີ້, ການ​ສົ່ງອອກ​ໄປ​ຈີນ​ຂອງ​ໄທ​ຈະ​ເພີ່ມ​ຂຶ້ນ 40%, ໝົດປີ​ກາຍ​ນີ້, ການສົ່ງ​ອອກ​​ໄປຈີນ​ຂອງ​ໄທ​ໄດ້​ຫຼຸດລົງ 0,4%, ປີ​ນີ້ອາດ​ຈະ​ເພີ່ມ​ຂຶ້ນ 20%.

ບົດ​ລາຍ​ງານ​ຍັງ​ຂຽນ​ວ່າ, ການ​ລົງທຶນ​ແລະ​ຄວາມ​ຕ້ອງ​ການ​ດ້ານ​ການບໍລິ​ໂພກຂອງ​ຈີນ​ໃນ​ປີ​ນີ້​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ, ນີ້​ແມ່ນ​ກຳລັງ​ແຮງອັນ​ສຳຄັນ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ສົ່ງ​ອອກ​ຂອງ​ໄທ​​ແລະ​ປະ​ເທດ​ອາຊີ​ອື່ນໆ​​ເຕີບ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ