ການ​ສົນ​ທະ​ນາ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວາມ​ຫມັ້ນ​ຄົງ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ໃນ​ທ້າຍ​ເດືອນ​ມີ​ນາ​ນີ້

(GMT+08:00) 2010-03-26 11:40:36     cri

ຕາມ​ຂ່າວ cri:ການ​ສົນທະນາ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວາມ​ຫມັ້ນຄົງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງປັກ​ກິ່ງ​ແຕ່​ວັນ​ທີ 29 ຫາ​ວັນ​ທີ 31 ມີນາ​ນີ້.

ກົມ​ຖະ​ແຫລ​ງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​​ເຜີຍ​ວ່າ, ​ເຈົ້າຫນ້າ​ທີ່​ແລະ​ນັກວິຊາ​ການ​ດ້ານ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວຕາມ​ການ​ເຊີນ, ຮ່ວມ​ກັນລົງ​ເລິກ​ຫາລື​ບັນຫາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວາມ​ຫມັ້ນຄົງ​ຂອງ​ພາກ​ພື້ນ​ນີ້.ບົນ​ພື້ນຖານ​ທີ່​ໃຫ້​ນັກວິຊາ​ການ​ຫາລື​ກັນ​ແຕ່​ກ່ອນ​ແລ້ວ, ການສົນທະນາ​ເທື່ອນີ້​ຍັງ​ໄດ້​ເຊີນ​ເຈົ້າຫນ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ພາກສ່ວນ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ຊຽນ​ເຂົ້າຮ່ວມ​ໃນ​ນາມ​ສ່ວນ​ຕົວ.

ການສົນທະນາດ້ານ​ການ​ປ້ອງ​ກັນ​ແລະ​ຄວາມ​ຫມັ້ນຄົງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແມ່ນ​ສະ​ຖາ​ບັນ​ວິທະຍາສາດ​ການ​ທະຫານ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ເປັນ​ເຈົ້າພາບ,​ໄດ້​ຈັດການ​ສົນທະນາ​ຂອງ​ນັກວິຊາກ​ານດ້ານ​ການ​ປ້ອງ​ກັນ​ລະດັບ​ສູງ​ຈີ​ນາອາ​ຊຽນ​ສອງ​ເທື່ອ​ໃນ​ປີ 2008 ​ແລະ​ປີ 2009 ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ