CPIຂ​ອງຫວຽດນາມໄຕ​ມາດ​ທີ1​ເພີ່​ມຂຶ້ນ4,12%

(GMT+08:00) 2010-03-26 17:44:29     cri

ຕາມ​ຂ່າວສານ​ຊິນ​ຮວາ,ຕາມ​ຕົວ​ເລກຫຼ້າ​ສຸດທີ່​ກົມ​ໃຫຍ່​ສະ​ຖິຕິ​ຫວຽດນາມປະກາດໃຫ້​ຮູ້​ວ່າ,ດັດຊະນີ​ລາຄາ​ຜູ້​ຊົ​ມ​ໃຊ້(​CPI)ຂ​ອງຫວຽດນາມ​ໄຕ​ມາດ​ທີ1ປີ​ນີ້​ເພີ່​ມຂຶ້ນ4,12%.

ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ມາ,ລາຄາ​ວັດຖຸ​ດິບ​ແລະວັດຖຸ​ເຊື້ອ​ໄຟພາຍ​ໃນ​ປະ​ເທດຫວຽດນາມ​ລ້ວນ​ແຕ່​ເພີ່ມ​ຂຶ້ນ.ນອກຈາກ​ນີ້,ລາຄາສິນຄ້າ​ນຳ​ເຂົ້າ​ບາງ​ຊະນິດກໍ່​ເພີ່ມ​ຂຶ້ນ​ຍ້ອນອັດຕາ​ແລກປ່ຽນ​ເງິນ​ດົງ​ຕໍ່​ໂດ​ລາ​ໄດ້​ຕໍ່າລົງ.ຕາມ​ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເດືອນ​ມີນາ,ດັດຊະນີ​ລາຄາ​ຜູ້​ຊົ​ມ​ໃຊ້​ຂອງ​ຫວຽດນາມ​ເພີ່ມ​ຂຶ້ນ0,75%​ເມື່ອ​ທຽບ​ໃສ່​ເດືອນກຸມພາ,​ເພີ່ມ​ຂຶ້ນ9,46%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງປີ​ກາຍ.ນັກວິ​ເຄາະ​ກ່າວ​ວ່າ,ຖ້າວ່າ​ສະພາບ​ການ​ເພີ່ມ​ຂຶ້ນ​ຂ​ອງດັດຊະນີ​ລາຄາ​ຜູ້​ຊົ​ມ​ໃຊ້​ໄຕ​ມາດ​ທີ1ປີ​ນີ້ພັດທະນາຕໍ່​ໄປ,​ອັດຕາ​ເງິນ​ເຟີ້​ຂອງຫວຽດນາມ​ໃນ​2010ອາດ​ຈະ​ບັນລຸ8%ຫຼື​ວ່າ​ສູງ​ກວ່າ8%,​ນີ້​ຈະ​ເກີນ​ເປົ້າ​ໝາຍທີ່​ລັດຖະບານພະຍາຍາມ​ຄວບ​ຄຸມບໍ່​ໃຫ້​ອັດຕາ​ເງິນ​ເຟີ້​ສູງ​ກວ່າ7%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ