ລັດຖະສະພາແລະສະພາທ້ອງຖິ່ນຟິລິບປິນເລີ່ມການເຄື່ອນໄຫວລົງຫາສຽງການເລືອກຕັ້ງ
(GMT+08:00) 2010-03-26 17:55:20 cri
ຕາມຂ່າວສານຊິນຮວາ:ວັນທີ26ມີນານີ້,ການເຄື່ອນໄຫວລົງຫາສຽງການເລືອກຕັ້ງຂອງລັດຖະສະພາແລະສະພາທ້ອງຖິ່ນຟິລິບປິນໄດ້ເປີດສາກຢ່າງເປັນທາງການ.ຍ້ອນໃນໄລຍະດຳເນີນການເລືອກຕັ້ງແຕ່ລະຊຸດມັກຈະເກີດການເຄື່ອນໄຫວຮຸນແຮງ,ຕຳຫລວດຟິລິບປິນໄດ້ເຂົ້າສູ່ສະພາບກຽມພ້ອມລະດັບສູງ.
ທ່ານເຈມສຈີເມເນສໂຄສົກຂອງຄະນະກຳມະການການເລືອກຕັ້ງຟິລິບປິນກ່າວວ່າ,ການເລືອກຕັ້ງທີ່ຈະຈັດຂຶ້ນໃນວັນທີ10ພຶດສະພາປີນີ້,ຜູ້ສະຫມັກຮັບເລືອກຕັ້ງ4ຫມື່ນ9ພັນກວ່າຄົນຈະແຂ່ງຂັນ1ຫມື່ນ7ພັນກວ່າທີ່ນັ່ງຂອງສະພາສູງແລະສະພາຕ່ຳຟິລິບປິນ,ສະພາທ້ອງຖິ່ນແລະຕຳແໜ່ງຂອງອຳນາດການປົກຄອງທ້ອງຖິ່ນ