ກຸ່ມ​ເສື້ອ​ແດງ​ຂອງ​ໄທ​ຈະ​ໄປ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຕໍ່ໜ້າ​ກອງ​ທັບທີ່​ປະຈຳ​ຢູ່​ແຫ່ງ​ຕ່າງໆ​ຂອງບາງກອກ

(GMT+08:00) 2010-03-27 15:54:34     cri
ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ເຊົ້າ​ວັນ​ທີ27​ມີນາ​ນີ້, ທ່ານ​ວີຣາ ມີ​ຊີ​ຄາ​ປອງ ຜູ້ນຳ​ແນວ​ໂຮມ​ປະ​ຊາ​ທິປະ​ໄຕ​ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທ ຫຼື ກຸ່ມ​ເສື້ອ​ແດງ​ ທີ່​ສະ​ໜັບສະ​ໜູນ​ທ່ານ​ທັກສິນ ຊິນນະ​ຫວັດ ອະດີດ​ນາຍົກລັດຖະມົນຕີ​ໄທ ປະກາດ​ວ່າ, ກຸ່ມ​ເສື້ອ​ແດງ​ຈະ​ໄປ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຕໍ່ໜ້າ​ກອງ​ທັບທີ່​ປະຈຳ​ຢູ່​8​​ແຫ່ງ​ໃນນະຄອນຫຼວງູ​ບາງກອກ.

ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ກຸ່ມ​ເສື້ອ​ແດງ​ໄດ້​ຍົກ​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢ່າງຂະໜາດ​ໃຫຍ່​ທີ່ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ໃນ​ມື້​ດຽວ​ກັນ.

ມື້​ດຽວ​ກັນ, ທ່ານ​ວີຣາກ່າວ​ວ່າ, ກຸ່ມ​ເສື້ອ​​ແດງ​ຈະ​ໄປ8​ແຫ່ງ​ດັ່ງກ່າວ, ສົນທະນາ​ກັບ​ກອງ​ທັບທີ່​ປະຈຳ​ຢູ່​ແຫ່ງ​ນັ້ນ, ​ແລະ​ຊັກ​ຊວນ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ຄ້າຍ​ທະຫານ. ພາຍຫຼັງ​ປະກາດ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແລ້ວ, ກຸ່ມ​ເສື້ອ​ແດງ​ກໍ​ເລີ່​ມ​ເຄື່ອນ​ຍ້າຍ​ອອກ​ຈາກ​ບ່ອນ​ໂຮມ​ຊຸມນຸມ​ຕົ້ນຕໍ​ທີ່​ຂົວ​ຜ່ານ​ລີລາດ​ແລ້ວ​ມຸ່ງ​ໄປ​ຫາ​ສະຖານ​ທີ່​ປະ​ທ້ວງ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ