ໄພ​ແຫ້ງ​​ແລ້ງ​ຂອງ​ປະ​ເທດລ້ອງ​​ແມ່​ນ້ຳ​ຂອງ​ບໍ່ກ່ຽວຂ້ອງ​ກັບ​ກາ​ນສ້າງ​ເຂື່ອນ​ໄຟ​ຟ້າ​ຢູ່​ແມ່​ນ້ຳ​ລ້ານ​ຊ້າງ

(GMT+08:00) 2010-03-27 16:38:54     cri
ຕາມ​ຂ່າວCRI: ວັນ​ທີ26ມີນາ​ນີ້,​ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIຜູ້​ຄຸນ​ມມິນ, ທ່ານ​ຫວັງ​ຈິ້ນ​ສຽງ, ຮອງ​ເລ​ຂາ​ທິການ​ໃຫຍ່​, ​ທັງ​ເປັນໂຄສົກ​ຖະ​ແຫຼ​ງຂ່າວຂອງ​ອົງການ​ປົກຄອງ​​ແຂວງ​ຢຸນນານ ກ່າວ​ວ່າ​ຈີນ​ສ້າງ​ເຂື່ອງ​ໄຟ​ຟ້າຢູ່​ແມ່​ນ້ຳ​ລ້ານ​ຊ້າ​ງບໍ່​ກ່ຽວຂ້ອງ​ກັບ​ໄພ​ແຫ້ງ​ແລ້ງ​ທີ່​ເກີດ​ຂຶ້ນ​ຢູ່​ລ້ອງປະ​ເທດ​ແມ່​ນ້ຳຂອງ, ລະດັບ​ນ້ຳຂອງ​ແມ່​ນ້ຳຂອງຕ່ຳລົງ​ແມ່ນ​ຍ້ອນ​ຝົນຕົກ​ໜ້ອຍ​ ​.

ຫວ່າງ​ມໍ່ໆ​ນີ້, ມີ​ສື່ມວນ​ຊົນ​ລາຍ​ງານ​ວ່າ, ລະດັບ​ນ້ຳຂອງ​ແມ່​ນ້ຳ​ຂອງ​ຕ່ຳ​ລົງ​ຫຼາຍ​ທີ່​ສຸດ​ໃນ​ເຄິ່ງສະ​ຕະຫວັດ​ມາ​ນີ້, ​ໝູ່ບ້ານ​ຊົນນະບົດ​ຂອງໄທ, ລາວ, ຫວຽດນາມ, ກຳປູ​ເຈຍ​ໄດ້​ຮັບ​ຜົນ​ກະທົບ​, ຍັງ​ກະທົບ​ເຖິງຂະ​ແໜງ​ການ​ກະສິກຳ, ຂະ​ແໜງ​ການຫາ​ປາ​ລ້ຽງ​ປາ​​ແລະກາ​ນສະໜອງ​ນ້ຳ​ດຶ່ມ. ຕໍ່​ເລື່ອງ​ນີ້, ທ່ານ​ຫວັງ​ຈິ້ນ​ສຽງ​ກ່າວ​ວ່າ:

"ການ​ສ້າງ​ເຂື່ອນ​ໄຟຟ້າ​ຢູ່ຍ່ານ​ເໜືອ​ຂອງ​ແມ່​ນ້ຳ​​ບໍ່​ກ່ຽວຂ້ອງ​ກັບ​​ໄພ​ແຫ້ງ​ແລ້ງ, ລະດັບ​ນ້ຳຂ​ອງແມ່​ນ້ຳຂອງ​​ຕໍ່າລົງ​ແມ່ນ​ຍ້ອນ​ປະລິມານ​ນ້ຳຝົນ​ໜ້ອຍ​ລົງ​ລຽນຕິດ​ໃນ​ທົ່ວ​ລ້ອງແມ່​ນ້ຳຂອງ, ​ໃນ​​ເວລາ​ສ້າງ​ເຂື່ອນ​ໄຟຟ້າ, ອາດ​ຈະ​ມີ​ກໍລະນີ​ທີ່​ປະລິມານ​ນ້ຳ​​ໃຫ້ຫຼຸດ​ໜ້ອຍ​ລົງ​​ຊົ່ວຄາວ, ​ແຕ່​ພຽງ​ແຕ່​​ແມ່ນ​ກໍລະ​ນີຊົ່ວ​ຄາວທໍ່​ນັ້ນ, ​ທີ່​ຈິງ​ແລ້ວ​​ເຂື່ອງ​ໄຟ​ຟ້າມີ​ບົດບາດ​ໃນ​ການ​ປັບປຸງ​ປະລິມານ​ນ້ຳ​ໄຫຼ​ຂອງ​ແມ່​ນ້ຳສາຍ​ນີ້."

ແມ່​ນ້ຳ​ລ້ານ​ຊ້າງ​ຢູ່​ແຂວງ​ຊິ່ງ​​ໄຮ​ຂອງ​ຈີນ, ຜ່ານ​ແຂວງ​ຢຸນນານ​​ແລ້ວ​ໄຫຼ​​ອອກ​ຈີນ​ເຂົ້າລາວ, ​ໄທ​​ແລະ​ປະ​ເທດ​ອາຊີ​ອາ​ຄະ​ເນ, ​ແນ່​ນ້ຳ​ລ້ານ​ຊ້າງ​ຫຼັງ​ຈາກ​ໄຫຼອອກ​ຈີນ​ເຂົ້າ​ລາວ​ແລ້ວ​ກໍ່​ຊື່​ແມ່​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ