ກຸ່ມ​ເສື້ອ​ແດງ​ຂອງ​ໄທຮຽກຮ້ອງ​ໃຫ້​ກອງທັບ​ທີ່​ປະຈຳ​ຢູ່​ບາງກອກ​ກັບ​ຄືນຄ້າຍ​ທະຫານ

(GMT+08:00) 2010-03-27 17:05:40     cri
ຕາມ​ຂ່າວ​ສານ​ຊິນ​ຮວາ:ຕອນ​ເຊົ້າວັນ​ທີ27​ມີນາ​ນີ້,ກຸ່ມ​ເສື້ອ​ແດງ​ທີ່​ພວມໂຮມ​ຊຸມນຸມຕໍ່ຕ້ານ​ລັດຖະບາ​ນຢູ່​ບາງກອກ​ໄດ້​ແຫ່​ຂະ​ບວນປະ​ທ້ວງຢູ່ຕໍ່ຫນ້າ​ກອງທັບ​ທີ່​ປະຈຳຢູ່​ສະຖານ​ທີ່8​ແຫ່ງຂອງ​ບາງກອກ​ເພື່ອ​ຮຽກ​ຮອງ​ໃຫ້​ກອງ​ທັບທີ່​ກຳລັງ​ປະຕິບັດພະ​ລາຊະ​ບັນຍັດ​ຮັກສາ​ຄວາມ​ຫມັ້ນຄົງ​ແຫ່ງ​ລາຊະ​ອານາຈັກກັບ​ຄືນສູ່​ຄ້າຍ​ທະຫານ.​ເຖິງ​ວ່າ​ກຸ່ມ​ເສື້ອ​ແດງ​ໄດ້ປະ​ທ້ວງຢູ່​ຕໍ່ຫນ້າ​ທະຫານ ​ແລະ ຕຳຫລວດ,​ແຕ່​ບໍ່​ໄດ້​ເກີດ​​ເຫດການ​ຮຸນ​ແຮງ.

ທ່ານ​ອະພິສິດ​ເວດ​ຊະຊີ​ວາ ,ນາຍົກ​ລັດທະ​ມົນຕີໄທ​ແລະທ່ານ​ສຸເທບ ​ເທືອກ​ສຸບັນ, ຮອງ​ນາຍົກ​ລັດຖະ​ມົນຕີ​ທີ່​ຮັບຜິດ​ຊອບ​ວຽກງານ​ຮັກສາ​ຄວາມຫມັ້ນ​ຄົງໄດ້ສິ້ນ​ສຸດການ​ກວດ​ສະຖານ​ທີ່ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄະນະ​ກຳມະການ​ແມ່ນ້ຳຂ​ອງຄັ້ງ​ປະຖົມມະ​ເລີກແລ້ວ​ເດີນທາງ​ກັບ​ຄືນ​ບາງກອກ​ກ່ອນ​ເວລາ​ກຳນົດ.ທ່ານ​ສຸເທບ​ກ່າວ​ວ່າ:ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ກຸ່ມ​ເສື້ອ​ແດງ​ໂຮມ​ຊຸມນຸມ​ໂດຍສັນ​ຕິ,ຢ່າ​ປິດລ້ອມ​ຖະຫນົນ​ຫົນທາງ.ຖ້າ​ກຸ່ມ​ເສື້ອ​ແດງ​ກະທຳ​ຜິດ​ກົດ​ຫມາຍ,ລັດ​ຖະບານ​ໄທຈະນຳ​ໃຊ້​ມາດຕະ​ການທາງ​ກົດຫມາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ