ນາຍົກ​ໄທ​ເຫັນດີ​ເຈລະ​ຈາກັບ​ກຸ່ມ​ເສື້ອ​ແດງ​ໂດຍ​ກົງ

(GMT+08:00) 2010-03-28 18:01:02     cri
ຕາມ​ຂ່າວ​CRI:ວັນ​ທີ28​ມີນາ​ນີ້,ທ່ານ​ສາ​ທິດ ວົງ​ຫນອງ​ເຕີຍ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ:​ນາຍົກ​ໄທ​ເຫັນ​ດີເຈ​ລະຈາ​ໂດຍ​ກົງກັບ​ກຸ່ມແນວ​ໂຮມ​ປະຊາທິປະ​ໄຕ​ຕໍ່ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ ຫລື ກຸ່ມ​ເສື້ອ​ແດງ​ແລະ​ເນັ້ນ​ຫນັກ​ວ່າ​ຈະ​ຖື​ຜົນ​ປະ​ໂຫຍ​ດຂອງ​ຊາດ​ເປັນ​ສິ່ງ​ທີ່​ສຳຄັນ.

ທ່ານ​ສາ​ທິດ​ກ່າວ​ໃນ​ຄ້າຍ​ທະຫານ​ຮາບກົມ​ທີ11ວ່າ:​ເພື່ອ​ແກ້​ໄຂ​ສະພາບ​ທາງການ​ເມືອງ​ທີ່​ວຸ່ນວາຍ​ຂອງ​ໄທ​ໂດຍ​ດ່ວນ,ທ່ານ​ອະພິສິດ​ເຫັນ​ດີ​ເຈລະຈາ​ກັບ​ຜູ້​ນຳ​ກຸ່ມ​ເສື້ອ​ແດງ​ໂດຍ​ກົງ,​ແລະ​ມອບ​ສິດ​ໃຫ້​ທ່ານ​ກອບ​ສັກ​ ສະພາວະ​ສຸ ເລຂາ​ທິການ​ຂອງ​ສຳນັກ​ງານ​ນາຍົກ​ໄທປຶກສາ​ຫາລື​ບັນຫາ​ກ່ຽວ​ກັບ​ເນື້ອ​ໃນ,ວິທີ,​ເວລາ​ແລະ​ສະຖານ​ທີ່​ຂອງ​ການ​ເຈລະ​ຈາກັບ​ຜູ້ນຳ​ກຸ່ມ​ເສື້ອ​ແດງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ