ລັດຖະບານ​ໄທ​ຈັດການ​ເຈລະຈາ​ກັບ​ກຸ່ມ​​ເສື້ອ​ແດງ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2010-03-28 18:21:44     cri
ຕາມ​ຂ່າວCRI, ຕອນ​ບ່າຍ​ວັນ​ທີ28​ມີນາ​ນີ້, ລັດຖະບານ​ໄທ​ໄດ້​ເຈລະຈາ​ກັບຜູ້​ສະໜັບສະໜູນ​ກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທ ຫຼື ກຸ່ມ​ເສື້ອ​ແດງ ຢ່າງ​ເປັນ​ທາງ​ການ.

16​ໂມງ30​ນາທີ​ຂອງ​ວັນ​ທີ28​ມີນາ, ທ່ານ​ອະ​ພິ​ສິດ ​ເວດ​ຊາ​ຊີວະ ນາຍົກ​ລັດຖະມົນຕີ, ທ່ານກອບ​ສັກ​ ສະພາວະ​ສຸ ​ເລຂາທິການ​​ໃຫຍ່​ສຳນັກງານ​ນາຍົກ​ແລະ​ທ່ານຈຳ​ນີ ສັກ​ດີ​ເຊ​ດ ຮອງ​ເລ​ຂາ​ທິການ​ໃຫຍ່​ພັກ​ປະຊາທິປັດ ​ເປັນ​ຜູ້​ແທນ​ຂອງ​ລັດຖະບານ​ກັບ​ຜູ້ນຳ​ກຸ່ມ​ເສື້ອ​ແດງ​3ຄົນ ຈັດການ​ເຈລະຈາ​ກັນ​ຢ່າງ​ເປັນ​ທາງ​ການ​ຢູ່​ຄະນະ​ກຳມະການ​ສິດທິ​ມະນຸດ​ແຫ່ງ​ຊາດ​ທີ່​ຈັງ​ຫວັດ​ຊຸນ​ບູລີ​ ທີ່​ຢູ່​ທິດ​​ເໜືອ​ບາງກອກ. ​​ໃນ​ການ​ເຈລະຈາ, ກ່ອນ​ອື່ນ, ທ່ານ​ວີຣາ ຜູ້ນຳກຸ່ມ​ເສື້ອ​ແດງບັນຍາຍ​ມູນ​ເຫດ​ແຫ່​ຂະ​ບວນປະ​ທ້ວງ​ແລະ​ຍຸບ​ລັດຖະສະພາ, ​ແລ້ວ​ທ່ານ​ອະພິ​ສິດ ນາຍົກລັດຖະມົນຕີ​ໄທ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຜູ້​ປະ​ທ້ວງ​ໄດ້​ຍຶດໝັ້ນ​ໂຮມ​ຊຸມນຸມ​ໂດຍ​ສັນຕິ, ​ແລະ​ກ່າວ​ວ່າ​ເຫັນ​ດີດຳ​ເນີນ​ການ​ປຶກສາ​ຫາລື​ລະອຽດ​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ: ​ຍຸບລັດຖະ​ສະພາ​, ຈັດການ​ເລືອກ​ຕັ້ງ​ຄືນ​ໃໝ່​ແລະ​ອື່ນໆ. ປະຈຸ​ບັນ, ການ​ເຈລະຈາ​ຍັງ​ດຳ​ເນີນ​ຢູ່​ບົນ​ພື້ນຖານ​ທີ່​ສອງ​ຝ່າຍ​ມີ​ຕິດ​ຕະພາບ​ຕໍ່​ກັນ​ແລະ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ