ການ​ສົນ​ທະ​ນາ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວາມ​ຫມັ້ນ​ຄົງ​ອາ​ຊຽນ + 1 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2010-03-29 10:14:06     cri

ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 26 ມີນາ​ນີ້,ກົມຖະ​ແຫລ​ງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ​ແຈ້ງ​ວ່າ, ການ​ສົນທະນາ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວາມ​ຫມັ້ນຄົງ​ຈີນ​ອາ​ຊຽນຫລື ອາ​ຊຽນ +1 ທີ່​ມີ​ສະ​ຖາ​ບັນ​ວິທະຍາສາດ​ການ​ທະຫານ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຮັບ​ຈັດ​ນັ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ແຕ່​ວັນ​ທີ 29 ຫາ​ວັນ​ທີ 31 ມີນາ​ນີ້.​ເຈົ້າຫນ້າ​ທີ່​ນະ​ໂຍບາຍ​ປ້ອງ​ກັນ​ແລະ​ນັກວິຊາການ​ດ້ານ​ການປ້ອງ​ກັນ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ເຂົ້າຮ່ວມ,​ເພື່ອ​ລົງ​​ເລິກ​ຫາລື​ບັນຫາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວາມ​ຫມັ້ນຄົງ​ຢູ່​ພາກ​ພື້ນ​.

ສະ​ຖາ​ບັນ​ວິທະຍາສາດ​ການ​ທະຫານ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ຈັດການ​ສົນທະນາ​ຂອງ​ນັກວິຊາການ​ດ້ານ​ການປ້ອງ​ກັນ​ລະດັບ​ສູງ​ຈີນ​ອາ​ຊຽນສອງ​ເທື່ອ​ແລ້ວ​ໃນ​ປີ 2008 ​ແລະ​ປີ 2009.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ