ຊ່ຽວຊານ​ວຽກ​ງານ​ຄວາມ​ໝັ້ນຄົງ​ຂອງ​ຈີນ​ສົ່ງ​ເສີມ​ໃຫ້​ຄົ້ນ​ຄວ້າ​​ເສັ້ນທາງ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທີ່​ມີ​ເອກະລັກ​​ຂອງ​ອາຊີ​ຕາ​ເວັນ​ອອກ

(GMT+08:00) 2010-03-29 18:27:10     cri
ຕາມ​ຂ່າວCRI, ຕອນ​ເຊົ້າ​ວັນ​ທີ29​ມີນາ​ນີ້, ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການປ້ອງ​ກັນ​ຄວາມ​ໝັ້ນຄົງ​ຈີນ​ອາ​ຊຽນ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ​​ໃນ​ກອງ​ປະຊຸມ, ຊ່ຽວຊານ​​ຈີນ​ສົ່ງ​ເສີມ​ໃຫ້​ຄົ້ນ​ຄວ້າ​​ເສັ້ນທາງ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທີ່​ມີ​ເອກະລັກ​​ຂອງ​ອາຊີ​ຕາ​ເວັນ​ອອກ.

​​ໃນ​ພິທີ​ໄຂ​ປະຊຸມ, ພົນ​ໂທ​ຫຼິວ​ເສິງ​ຈຸ່ນ ຫົວໜ້າສະ​ພາ​ວິທະຍາສາດ​ການທະຫານ​ຂອງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ກ່າວ​ວ່າ, ​ໂດຍ​ຜ່ານ​ຈາກຝ່າຍ​ຕ່າງໆ​ຮ່ວມ​ກັນ​ພະຍາຍາມ, ການ​ສ້າງສາ​ກົນ​ໄກ​ຄວາມ​ໝັ້ນຄົງ​ຂອງອາຊີ​ຕາ​ເວັນ​ອອກ​ໄດ້​ຮັບ​ຜົນ​ຫຼາຍ ​ແຕ່​ສັງ​ເກດ​ແລ້ວ​ເຫັນ​ວ່າ, ຍັງ​ມີ​ຄວາມ​ແຕກ​ໂຕນ​ກັນ​ກັບ​ຄວາມ​ຕ້ອງການ​ດ້ານ​ການ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງສາ​ກົນ​ໄກ​ຮ່ວມ​ມື​ດ້ານຄວາມ​ໝັ້ນຄົງ​ພາກ​ພື້ນ​ຍັງ​ຢູ່​ໃນ​ໄລຍະ​ຄົ້ນຄວ້າ​ຢູ່. ທ່ານ​ຊີ້​ອອກວ່າ, ປະຈຸ​ບັນ, ພາກ​ພື້ນ​ນີ້​ມີ​ສະຖານະ​ການ​ປອດ​ໄພ​ແລະ​ໝັ້ນຄົງ​ໃນ​ດ້ານກວມ​ລວມ, ​ແຕ່​ກໍ​ຍັງ​ປະສົບ​ກັບ​ຄວາມ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນຄົງ​ຕ່າງໆ​ໃນ​ຂົງ​ເຂດ​ດັ້ງ​ເດີມ​ແລະ​ຂົງ​ເຂດ​ທີ່ບໍ່​ແມ່ນ​ດັ້ງ​ເດີມ, ສິ່ງ​ເຫຼົ່າ​ນີ້​ທ້າ​ທາຍ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ພວກ​ເຮົາ, ​ແລະ​ເປັນ​ການ​ທົດ​ສອບ​ຕໍ່​ສະຕິ​ປັນຍາ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຕ້ອງ​ອອກ​ແຮງ​ປັບປຸງ​ກົນ​ໄກ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ໃຫ້​ສົມບູນ​ຂຶ້ນ, ພ້ອມ​ກັນ​ນັ້ນ, ຕັ້ງໜ້າ​ຄົ້ນຄວ້າ​ຮູບ​ແບບ​ຮ່ວມ​ມື​ໃໝ່, ຍຶດໝັ້ນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ພາກ​ພື້ນ, ​ໂຄລົບ​ລັກສະນະ​ຫຼາກ​ຫຼາຍ​ຂອງ​ພາກ​ພື້ນ, ​ໂຄລົບ​ກຫຼັການ​ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ​ກັນ​, ປະສານ​ງານ​ເພື່ອ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະ​ພາບ​ກັນ, ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຄ່ອຍ​ເປັນ​ຄ່ອຍ​ໄປ, ຈາກ​ງ່າຍ​ຫາ​ຍາກ, ​ບຸກ​ເບີກ​ເສັ້ນທາງ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທີ່​ມີ​ເອກະລັກ​ຂອງ​ອາຊີ​ຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ