ການ​ເຈ​ລະ​ຈາ​ລະຫວ່າງລັດ​ຖະ​ບານ​ໄທ​ ກັບ​ກຸ່ມ​ເສື້ອ​ແດງ​ຢຸດ​ຕິ​ ແຕ່​​ຕົກລົງ​ກັນ​ບໍ່​ໄດ້

(GMT+08:00) 2010-03-30 12:30:38     cri
ຕາມ​ຂ່າວCRI:ການ​ເຈລະຈາ​ເທື່ອທີ​ສອງ​ລະຫວ່າງລັດ​ຖະ​ບານ​ໄທ​ກັບ​ກຸ່ມ​ແນວ​ໂຮມປະຊາທິປະ​ໄຕ​​ຕໍ່ຕ້ານຜະ​ເດັດ​ການແຫ່ງ​ຊາດ​ໄທ ຫຼື​ກຸ່ມ​ເສື້ອ ແດງ ທີ່​ຈັດ​ຂຶ້ນ​ໃນຕອນ​​ແລງວັນ​ທີ29 ​ມີນານີ້ ບໍ່​ສາມາດ​ຕົກລົງ​ກັນ​ໄດ້, ກຸ່ມ​ເສື້ອ​ແດງປະກາດ​ວ່າ ຢຸດ​ຕິ​ການ​ເຈລະຈາ​​ ແລະຈະ​​​ດຳ​ເນີນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງຕໍ່​ໄປ.    ຕອນ​​ແລງ​ມື້​ດຽວ​ກັນ,ຜູ່​ແທນຂອງ​ລັດຖະບານ3ຄົນ​ທີ່​ນຳ​ໂດຍທ່ານ​ອະ​ພິສິດ ​ເວດ​ຊາ​ຊີວະ, ນາຍົກ​ລັດ​ຖະ​ມົນ​ຕີ ກັບ​ຄະນະ​ນຳ​ຂອງກຸ່ມ​ເສື້ອ​ແດງ 3 ຄົນ​ໄດ້​ຈັດການ​ເຈລະຈາ​ເທື່ອ​ທີ​ສອງ ຢູ່​ທີ່ຄະ​ນະ​ກຳ​ມະ​ການ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ທີ່​ຈັງ​ຫວັດ​ນົນທະ​ບູ​ລີ​,​ເພື່ອ​ສືບ​ຕໍ່​ເຈລະຈາກັນ​ກ່ຽວ​ກັບການຍຸບ​ສະ​ພາ​ຜູ່​ແທນ​ລາດ​ຊະ​ດອນ. ​ໃນ​ການ​ເຈລະຈາ​ເທື່ອ​ນີ້,ທ່ານ​ອະພິສິດ​ກ່າວ​ວ່າ, ​ເວລາ​ທີ່​ກຳນົດ 15 ວັນ​ທີ່​ກຸ່ມ​ເສື້ອ​ແດງ​ສະ​ເຫ​ນີອອກ​ມາ​ນັ້ນ​ ບໍ່​ແມ່ນ​ເວລາທີ່​ເຫມາະ​ສົມ​ຕາມ​ສະພາບ​ຕົວຈິງ,​ ແລະກໍ່​ບໍ່​ໄດ້​ຕາງຫນ້າ​ຄວາມ​ເຫັນ​ຂອງ​ປະຊາຊົນ​ສ່ວນ​ຫຼາຍ, ​ແຕ່​ວ່າ, ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນລະຫວ່າງ​ສອງ​ຝ່າຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,ແລະ​ຟື້ນ​ຟູຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ​ໃຫ້​ເປັນປົກກະຕິ, ລັດຖະບານ​ຈຶ່ງ​ເຫັນ​ດີ​​ໃຫ້​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄືນ​ໃຫມ່​ໃນ​ທ້າຍ​ປີ​ນີ້. ​​ແຕ່​ວ່າ, ຄະນະ​ນຳ​ຂອງ​ກຸ່ມ​ເສື້ອ​ແດງ 3 ຄົນ​ໄດ້​ສະ​ເຫ​ນີຄວາມ​ເຫັນ​ທີ່​ຕ່າງ​ກັນ ​ກ່ຽວ​ກັບ​ບັນຫາ​ດັດ​ແກ້​ລັດຖະທຳ​ມະນູນ​ໃນ​ຂໍ້​ທີ​ສອງ​ຂອງ​ຂໍ້​ສະ​ເຫ​ນີ, ​ແລະ​ຄະນະ​ນຳ​ຂອງ​ກຸ່ມ​ເສື້ອ​ແດງ​ກໍ່ບໍ່​ພໍ​ໃຈ​ຕໍ່​ເວລາ 9 ​ເດືອນ​ທີ່​ລັດຖະບານ​ສະ​ເຫ​ນີອອກ​ມານັ້ນ​, ​ໃນ​ທີ່​ສຸດ,ທ່ານຈະຕຸ​ພອນ ພົມພັນ, ຫນຶ່ງ​​ໃນ​ຜູ່​ນຳ​ຂອງກຸ່ມ​ເສື້ອ​ແດງ​ໄດ້​ປະກາດ​ວ່າ​ ການ​ເຈລະຈາ​​ເທື່ອ​ນີ້​ ກໍ່​​ໄດ້​ຢຸດຕິ​ລົງ​ແລ້ວ. ຫຼັງ​ຈາກ​ສິ້ນ​ສຸດ​ການ​ເຈລະຈາ​ແລ້ວ, ໃນ​ສະຖານ​ທີ່​ສຳຄັນ​ຂອງ​ການ​ໂຮມຊຸມນຸມ, ທ່ານນັດ​ທະ​ວຸດ ​ໃສ​ເກື້ອ, ຫນຶ່ງ​ໃນ​ຜູ່​ນຳ​ຂອງ​ກຸ່ມ​ເສື້ອ​ແດງ​ ​ໄດ້​ປະກາດ​ວ່າ​ຈະ​ດຳ​ເນີນການ​ໂຮມ​ຊຸມນຸມ​ປະ​ທ້ວງອີກ​ຕໍ່​ໄປ. ໃນ​ເວລາທ່ານ ນາຍົກລັດຖະມົນຕີ​ອະພິ​ສິດ ໃຫ້​ສຳພາດຕໍ່​ນັກຂ່າວ, ທ່ານກໍ່​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ຜົນ​ການ​ເຈລະຈາ​ດັ່ງກ່າວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ