ສະຫະພັນ​ປະຊາທິປະ​ໄຕ​ທົ່ວ​ປະ​ເທດ​ມຽນມາ​ປະກາດ​ວ່າ ປະຕິ​ເສດບໍ່​ຂຶ້ນ​ທະບຽນ​ຄືນ​ໃໝ່

(GMT+08:00) 2010-03-30 16:55:24     cri

ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 29 ມີນາ​ນີ້, ສະຫະພັນ​ປະຊາທິປະ​ໄຕ​ທົ່ວ​ປະ​ເທດ ທີ່​ເປັນ​ພັກ​ກາ​ນ​​ເມືອງ​ໃຫຍ່​ຂອງ​ມຽນມາ ທີ່​ນຳ​​ໂດຍ​ນາງ​ອັອງ​ຊານ​ຊູ​ຈີ​ໄດ້ຈັດ​ກອງ​ປະຊຸມ​​ພະນັກງານ​ການ​ນຳທົ່ວ​ປະ​ເທດ, ຕົກລົງ​ປະຕິ​ເສດ​ບໍ່​ຂຶ້ນ​ທະບຽນ​ໃນ​ຖານ​ເປັນ​ພັກ​ການ​ເມືອງ​ຄືນ​ໃໝ່. ນີ້ໝາຍ​ຄວາມ​ວ່າ ສະຫະພັນ​ປະຊາທິປະ​ໄຕ​ທົ່ວ​ປະ​ເທດ​ມຽນມາຈະຂວ້ຳ​ບາດ​ການ​ເລືອກຕັ້ງທົ່ວ​ປະ​ເທດ​​ແບບ​ຫຼາຍ​ພັກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ​ນີ້.

ຫຼັງ​ກອງ​ປະຊຸມ​ດ,ທ່ານ​ອູ​ນຽນ​ວີນ ​ໂຄສົກສະຫະພັນ​ປະຊາທິປະ​ໄຕ​ທົ່ວ​ປະ​ເທດ​ມຽນມາ​ກ່າວຕໍ່​ສື່​ມວນ​ຊົນ​ວ່າ, ພວກ​ເຂົາ​ເຈົ້າ​ເຫັນ​ວ່າ​ກົດໝາຍ​ເລືອກ​ຕັ້ງ ​ເຊັ່ນ,"ກົດໝາຍ​ວ່າ​ດ້ວຍ​ພັກ​ການ​​ເມືອງ​ຂຶ້ນ​ທະບຽນ"ທີ່​ປະກາດ​ໃຊ້​ໂດຍ​ລັດ​ຖະບານທະຫານ​ນັ້ນ​ບໍ່​ຍຸດຕິ​ທຳ.

ອີງ​ຕາມ"ກົດໝາຍ​ວ່າ​ດ້ວຍ​ພັກ​ການ​​ເມືອງ​ຂຶ້ນ​ທະບຽນ"ສະບັບ​ໃໝ່, 10 ພັກ​ການ​ເມືອງທີ່​ຊອບ​ດ້ວຍກົດໝາຍ 10 ພັກ ​ເຊິ່ງລວມທັງສະຫະພັນ​ປະຊາທິປະ​ໄຕ​ທົ່ວ​ປະ​ເທດ​ມຽນມາ​ຕ້ອງ​ຂຶ້ນ​ທະບຽນ​ຄືນ​ໃໝ່."ກົດໝາຍ​ວ່າ​ດ້ວຍ​ພັກ​ການ​​ເມືອງ​ຂຶ້ນ​ທະບຽນ"ສະບັບ​ໃໝ່ກຳນົດ​ວ່າ, ພັກ​ການ​ເມືອງ​ທີ່​ຂຶ້ນ​ທະບຽນ​ໃໝ່ຮັບ​ຜູ້​ຖືກຕ້ອງ​ອິດສະຫຼະພາບເປັນ​ສະມາຊິກ​ພັກ​ບໍ່​ໄດ້. ບຸກຄົນ​ສຳຄັນ​ໃນວົງ​ການ​ກົດໝາຍ​ອະທິບາຍ​ວ່າ, ນີ້ໝາຍ​ຄວາມ​ວ່າ ຖ້າສະຫະພັນ​ປະຊາທິປະ​ໄຕ​ທົ່ວ​ປະ​ເທດ​ມຽນມາ​ໄດ້​ຮັບການອະນຸມັດ​ຂຶ້ນ​ທະບຽນ​ຄືນ​ໃໝ່, ກໍ່ຕ້ອງລຶບ​ຊື່​ຂອງນາງ​ອັອງ​ຊານ​ຊູ​ຈີນ​ອອກ, ​ເພາະວ່າ​ ປັດຈຸບັນນາງ​ຍັງ​ຖືກ​ກັກ​ຕົວ​ໄວ້​ຢູ່. ກົດໝາຍ​ສະບັບ​ໃໝ່​ຍັງ​ກຳນົດ​ວ່າ, ຖ້າ​ວ່າ​ພັກ​ການ​ເມືອງສະ​ເໜີຜູ້​ສະໝັກຮັບ​​ເລືອກ​ຕັ້ງ 3 ຄົນ​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ສະຫະພາບ ຫຼື ສະມາຊິກ​ສະພາ​​ແຂວງບໍ່​ໄດ້, ພັກ​ການ​ເມືອງນັ້ນ​ກໍ່​ສືບ​ຕໍ່​ຄົງ​ຕົວຢ່າງ​ຊອບ​ກົດໝາຍ​ບໍ່​ໄດ້. ທີ່​ຈິງ​ແລ້ວ,ນີ້​ກໍ່​ໝາຍ​ຄວາມ​ວ່າ​ ຫ້າມ​ບໍ່​ໃຫ້​ພັກ​ການ​ເມືອງ​ທີ່​ບໍ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄົງ​ຕົວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ