ສານ​ທ້ອງ​ຖິ່ນຂອງ​ຟິລິບ​ປິນຍົກ​ເລີກ​ການ​ຕັດສິນ​ຕໍ່ຄອບຄົວອຳ​ປາ​ຕວນທີ່​ກໍ່​ການ ກະບົດ

(GMT+08:00) 2010-03-30 17:08:56     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ29​ມີນາ​ນີ້, ສານ​​ເມືອງກີ​ຊອນໃນ​ເຂດ​ນະ​ຄອນຫຼວງ​ ມາ​ນິລາ​ຂອງ​ຟິລິບ​ປິນປະ​ກາດ​ວ່າ, ຍ້ອນບໍ່​ມີ​ຫຼັກ​ຖານ​ອັນພຽງ​ພໍ, ສານ​ຕົກລົງຍົກ​ເລີກ​ການ​ຕັດສິນ​ຕໍ່​ຄອບຄົວ​ອຳ​ປາ​ຕວນທີ່​ກໍ່​ການກະບົດ

ວັນ​ທີ29​ມີນາ​ນີ້, ກະຊວງ​ຍຸດຕິ​ທຳ​ຂອງ​ຟິລິບ​ປິນກ່າວ​ວ່າ, ຈະ​​ເຄົາລົບ​ການຕັດສິນ​ທີ່​ກ່ຽວຂ້ອງ​ຂອງ​ສານ​ເມືອງ​ກີ​ຊອນ​, ​ແຕ່​ເຫັນ​ວ່າ​ຄວນ​ສືບ​ຕໍ່ຈັບ​ກຸມທ້າວ​ຈາ​ດີ ​ອຳປາ​ຕວນແລະ​ທ່ານ​ອັນ​ດານ ອຳປາ​ຕວນ, ພໍ່​ຂອງທ້າວ​ຈາ​ດີທັງ​ເປັນ​ອະດີດ​ເຈົ້າ​ແ​ຂວງ​ມາກິນດາ​ນາວ​ພ້ອມ​ດ້ວຍ​ຄົນ​ອື່ນ​ໃນ​ຄອບຄົວ​ນີ້, ຍ້ອນ​ຍັງ​ມີ​ການ​ກ່າວຟ້ອງ​​ພວກ ເຂົາ​ເຈົ້າມີ​ສ່ວນ​ກ່ຽວ​ພັນ​ກັບ​ການ​ຄາດ​ຕະກຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ