ຕອນຢຸນ​ນານ​ຈີນ​ຂອງ​ລົດ​ໄຟຜ່ານ​ອາຊີຈະ​ເປີດ​ໃຫ້​ແລ່ນ​ລົດ​ໃນ​ປີ2013

(GMT+08:00) 2010-03-31 18:28:46     cri
ຕາມ​ຂ່າວCRI: ​ແຂວງ​ຢຸນນານ​ທີ່ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ອອກ​ແຮງ​ຊຸກຍູ້​ການ​ສ້າງ​ທາງ​ລົດ​ໄຟ​ທັນ​ສະ​ໄໝ​ທີ່​ເຊື່ອມ​ຕໍ່​ປະ​ເທດ​ອາຊຽນ, ປະຈຸ​ບັນ, ​ແຂວງ​ຢຸນນານ​ພວມ​ເລັ່ງລັດ​ສ້າງສາ​ທາງ​ລົດ​ໄຟ​ຜ່ານອາຊີ​ຕອນຢູ່​​ແຂວງ​ຢຸນນານ​ທີ່​ຈາກນະ ຄອນຄຸນ​ມິ​ງ​ໄປ​ຫາ​ເມືອງ​ຫ້າ​ເຂົາຊາຍ​ແດນ​ຈີນ​ຫວຽດນາມ, ທາງ​ລົດ​​ໄຟ​ສາຍ​ນີ້​ອາດ​ຈະ​​ເປີດ​ໃຫ້​ແລ່ນ​ລົດ​ໃນ​ປີ2013.

ທາງ​ລົດ​ໄຟຜ່ານອາ​ຊີຕົ້ນ​ທາງ​ແມ່ນ​ຊິງ​ກະ​ໂປ, ປາຍທາງ​ແມ່ນ​ຢູ່ນະຄອນຄຸນ​ມິ​ງ.ແຂວງ​ຢຸນນານ​ຂອງ​ຈີນ, ການ​ສ້າງສາ​ຂອງ​ທາງ​ລົດ​ໄຟ​ນີ້​ຈະ​ເຮັດ​ໃຫ້ການ​ຂົ່ນສົ່ງ​ຄົມມະ​ນາຄົມ​ຂອງ​ຈີນກັບ​ອາຊຽນ​ເຊື່ອມ​ຕໍ່​ກັນ.

ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ, ສາຍຕາ​ເວັນ​ອອກ​ທາງ​ລົດ​ໄຟ​ຜ່ານ​ອາຊີ​ທີ່ຕອນຢູ່​ແຂວງ​ຢຸນນານ​ຍາວປະ​ມານ334ກິ​ໂລ​ແມັດ. ຫຼັງ​ຈາກ​​ສ້າງ​ສຳ​ເລັດເປີດ​ໃຫ້​​​ແລ່ນ​ລົດ​ແລ້ວ, ຂີ່​ລົດ​ໄຟ​ຈາກນະຄອນ​ຄຸນ​ມິ​ງ​ໄປ​ຫາ​ເມືອງ​ຫ້າ​ເຂົາ​ທີ່​ເປັນ​ເມືອງຊາຍ​ແດນ​ຈີນ​ຫວຽດນາມ​ໃຊ້​ເວລາ​ພຽງ3ຊົ່ວ​ໂມງ​ປາຍເທົ່າ​ນັ້ນ​. ຜູ້​ຮັບ​ຜິດ​ຊອບ​ຂອງ​ກອງ​ບັນຊາ​ການສ້າງ​ທາງ​ລົດ​ໄຟ​ກ່າວ​ວ່າ, ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ​ດໍາ​ເນີນ​ໄປ​ດ້ວຍ​ດີ, ຈະ​ເປີດ​ໃຫ້​​ແລ່ນ​ລົດຕະ​ຫຼອດ​ສາຍ​ໃນ​ປີ2013.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ