ຈີນ​ສະໜອງ​ຂໍ້​ມູນ​ອຸທະກະສດ​ຂອງແມ່​ນ້ຳ​ລ້ານ​ຊ້າງ​ໃຫ້​ແກ່​ປະ​ເທດ​ລ້ອງແມ່​ນ້ຳຂອງ

(GMT+08:00) 2010-03-31 18:39:09     cri

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ສະຖານທູດ​ຈີນ​ປະຈຳ​ໄທ​​ແຈ້ງຂ່າວ​ວ່າ, ​​ເພື່ອຊ່ວຍ​ເຫຼືອ​ປະ​ເທດ​ລ້ອງ​ແມ່​ນ້ຳຂອງ​ຕ້ານ​ໄພ​ແຫ້ງ​​ແລ້ງ, ນັບ​ແຕ່ວັນ​ທີ 22 ມີນາ ຈົນ​ຮອດ ສະພາບ​ແຫ້ງ​ແລ້ງ​ປີ​ນີ້​ສິ້ນ​ສຸດລົງ, ກະຊວງ​ຊົນລະປະທານ​ຈີນ​ຈະ​ສະໜອງຂໍ້​ມູນ​ອຸທະກະ​ທາລາຂອງ​ສະຖານີ​ອຸທະກະ​ສາດ​ແມ່​ນ້ຳ​ລ້ານ​ຊ້າງ​ທີ່​ຢູ່​ຊຽງ​ຮຸ່ງ ​ແລະ ບ້ານມັນ​ອ່ານ​ໃນ​ສະພາບແຫ້ງ​ແລ້ງ​ອັນ​ຮ້າຍ​ແຮງ​ໃນ​ສະ​ເພາະ​ໜ້າ​ນີ້​​ໃຫ້ແກ່​ຄະນະ​ກຳມະການ​ແມ່​ນ້ຳຂອງຢ່າງ​ຮີ​ບດ່ວນ ​ໃນ​ຕອນ​ເຊົ້າ 9 ​ໂມງ ​ຂອງ​ວັນ​ຈັນ​ທຸກ​ອາທິດ. ຂໍ້​ມູນ​ສະໜອງ​ອາ​ທິດ​ລະ​ເທື່ອ, ​ເນື້ອ​ໃນ​ລວມທັງລະດັບ​ນ້ຳ, ປະລິມານກະ​ແສ
ນ້ຳ​ໄຫຼ ​ແລະ ປະລິມານ​ນ້ຳ​ຝົນ​ຂອງ 8 ​ໂມງຂອງ​ທຸກ​ມື້ ​ໃນອາທິດ​ທີ່​ຜ່ານ​ມາ.

ຄະນະ​ກຳມະການ​ແມ່​ນ້ຳຂອງ​ທີ່​ປະກອບ​ດ້ວຍ​​ໄທ, ຫວຽດນາມ, ລາວ ​ແລະກຳປູ​ເຈຍ​ສະ​ແດງຄວາມ​ຊົມ​ເຊີຍ ​ແລະ ຂອບ​ໃຈ​ຕໍ່ຈີນທີ່​ເຮັດ​ແນວ​ນີ້​. ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​​ໄທ​ກ່າວ​ວ່າ,ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຂອງ​ຈີນ ກັບ ຄະນະ​ກຳມະການ​ແມ່​ນ້ຳຂອງ​ດຳ​ເນີນ​ການ​ຮ່ວມ​ມື, ​ເພິ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ. ຂໍ້​ມູນ​ທີ່​ຈີນ​ສະໜອງ​ນັ້ນ​ສຳຄັນ​ຫຼາຍ, ມີ​ຜົນ​ດີ​ຕໍ່​ການເພິ່ມທະວີ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳຂອງ​​ແມ່​ນ້ຳຂອງ, ມີ​ຜົນ​ດີ​ເຂົ້າ​ໃຈ​ສາ​ເຫດ​ທີ່​ລະດັບ​ນ້ຳ​ແມ່​ນ້ຳຂອງ​ຫຼຸດ​ຕ່ຳລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ