ອົງການທ່ອງທ່ຽວ​ໄທ​ກ່າວວ່າ ຈີນ​ແມ່ນປະ​ເທດ​ຈຸດ​ໝາຍປາຍທາງ​ການທ່ອງທ່ຽວອັນ​ດັບ​ທີ1​ຂອງ​ໄທ

(GMT+08:00) 2010-04-01 16:55:48     cri

ຕາມ​ຂ່າວCRI: ວັນ​ທີ 31 ມີນາ​ນີ້, ຢູ່​ແຂວງ​ຟູ​ຈ້ຽນ, ຫົວໜ້າ​ພະ​ແນ​ກອາຊີ​ຕາ​ເວັນ​ອອກ​ຂອງອົງ​ການທ່ອງທ່ຽວ​ໄທ​ກ່າວ​ວ່າ, ທິວ​ທັດທຳ​ມະ​ຊາດ​ອັນ​ສວຍສົດ​ງົດ​ງາມ ​ແລະ ສິ່ງ​ກໍ່ສ້າງ​ບູຮານອັນ​ສະຫງ່າ​ຜ່າ​ເຜີຍຂອງ​ຈີນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຂອງ​ໄທ​ຈຳນວນ​ຫຼາຍ​ສົມຄວນ,ຈີນ​​ໄດ້​ກາຍ​​ເປັນປະ​ເທດ​ຈຸດໝາຍ​ປາຍທາງ​ການທ່ອງ​ທ່ຽວອັນ​ດັບ​1​ຂອງ​ໄທ.

ປີ2009, ນັກ​ທ່ອງ​ທ່ຽວ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ທີ່​ໄປ​ທ່ຽວ​ໄທ​ມີ​ເກືອບ 8 ​ແສນ 4 ໝື່ນ​ເທື່ອ​ຄົນ, ຮົງ​ກົງມີ​ເກືອບ 3 ​ແສນ 2 ໝື່ນ​ເທື່ອຄົນ, ​ໄຕ້​ຫວັນ​ມີ 3 ​ແສນ 6 ໝື່ນ​​ເທື່ອ​ຄົນ, ​ໄດ້​ສ້າງ​ລາຍ​ຮັບຫຼາຍ​ກວ່າ40 ຕື້​ບາດ​ໃຫ້​​ ໄທ, ຕະຫຼາດການ​ທ່ອງ​ທ່ຽວຂອງ​ຈີນ​ເປັນຕະຫຼາດ​ອັນ​ດັບ 3 ທີ່​ເຂົ້າ​ໄປ​ທ່ຽວໄທ, ສ່ວນ​ຢູ່​ໄທ ມີນັກ​ທ່ອງ​ທ່ຽວ 5 ​ແສນ​ກວ່າ​ເທື່ອ​ຄົນ​ໄປທ່ຽວຢູ່​ຈີນ, ຈີນ​​ໄດ້​ກາຍ​​ເປັນປະ​ເທດ​ຈຸດໝາຍ​ປາຍທາງການ​ທ່ອງທ່ຽວອັນ​ດັບ​ 1​ ຂອງ​ໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ