ອິນ​ໂດ​ເນ​ເຊຍ​ຢາກ​ສວຍ​ໃຊ້​ໂອກາດ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ການ​ຄ້າ​ແລະ​ການທ່ອງທ່ຽວ

(GMT+08:00) 2010-04-01 17:19:10     cri
ຕາມ​ຂ່າວCRI,ວັນ​ທີ31​ມີນາ​ແລ້ວ​ນີ້,ທ່ານ​ນາງ​ມາຣີ ​ເອວກາ ປານ​ເກສຕູ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ທັງ​ເປັນ​ຫົວໜ້າ​ຫໍ​ວາງສະ​ແດງ​ອິນ​ໂດ​ເນ​ເຊຍ​ຂອງ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ກ່າວ​ວ່າ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ມີ​ບົດບາດ​ສຳ​ຄັນ​ຫຼາຍ​ໃນ​ງານ​ວາງສະ​ແດງ​ການ​ຄ້າ,ອິນ​ໂດ​ເນ​ເຊຍ​ຈະ​ສວຍ​ໃຊ້​​ໂອກາດ​ເຂົ້າ​ຮ່ວມ​ງານ​ເພື່ອ​ແນະ​ນຳ​ອິນ​ໂດ​ເນ​ເຊຍ​ທີ່​ເປັນ​ປະ​ເທດ​ໝູ່​ເກາະ​ທີ່​ສວຍ​ງາມ​ຕໍ່​ຊາວ​ໂລກ,ຊຸກ​ຍູ້​ການ​ພັດທະນາ​ການ​ຄ້າ,ການ​ທ່ອງ​ທ່ຽວ​ແລະ​ການ​ລົງທຶນ.

ນາງ​ ປານ​ເກັສຕູ ກ່າວ​ວ່າ,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້​ຈະ​ດຳ​ເນີ​ນ​​ເຖິງ6​ເດືອນ,ຫວັງ​ວ່າ​ນັກທຸລະກິດ​ອິນ​ໂດ​ເນ​ເຊຍຈະ​ເຂົ້າ​ຮ່ວມ​ງານ​ຢ່າງ​ຫ້າວຫັນ,ຮ່ວມ​​ແຮງຮ່ວມ​ໃຈ​ກັນ,ພະຍາຍາມ​​ເຮັດ​ໃຫ້​ຜູ່​ຊົມ​ໄປ​ຊົມ​ຫໍ​ວາງສະ​ແດງ​ອິນ​ໂດ​ເນ​ເຊຍ​ຢ່າງ​ໜ້ອຍ​ມື້​ລະ5000​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ