ພະນັກ​ງານບໍລິ​ຫານລະດັບ​ສູງ​ຂະ​ແໜງ​ການທ່ອງ​ທ່ຽວຂອງ​ກຳປູ​ເຈຍ​ໄປ​ອົບ​ຮົມຢູ່​ເຂດ​ກວາງຊີ

(GMT+08:00) 2010-04-02 17:09:51     cri
ຕາມ​ຂ່າວCRI: ຫວ່າງ​ມໍ່ໆມາ​ນີ້, ພະນັກງານ​ຄຸ້ມ​ຄອງບໍລິຫານ​ລະດັບ​ສູງ​ຂະ​ແໜງ​ການທ່ອງ​ທ່ຽວຂອງ​ກຳປູ​ເຈຍ17​ຄົນ​​​ເດີນທາງ​ໄປ​ເຂດ​ກວາງຊີ​ຂອງຈີນ, ​ເພື່ອ​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົບຊຸດ​ທີ4​ຂອງ​ສູນອົບ​ຮົມ​ຊັບພະ​ຍາກ​ອນມະນຸດ​ເຂດ​ກວາງຊີ​ແລະຊຸດ​ອົບ​ຮົ​ມ ພະນັກ​ງານ​ຄຸ້ມ​ຄອງ​ລະດັບ​ສູງ​ການ​ບໍລິຫານ​ການທ່ອງທ່ຽວ​ກຳປູ​ເຈຍທີ່​ສະໜັບ​ສະໜູນ​ໂດຍກົມ​ທ່ອງທ່ຽວ​ແຫ່ງຊາດ​ຈີນ​ ​.

ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ອົບຮົມດ້ານກາ​ນທ່ອງ​ທ່ຽວ​ລະ ຫວ່າງ​ຈີນ​ອາ​ຊຽນ, ​ນັບແຕ່​ເດືອນທັນວາ​ປີ2008​ຫາ​ປະຈຸ​ບັນ, ສູນອົບຮົມ​ຊັບພະ ຍາກອນ​ມະນຸດ​ກາ​ນທ່ອງ​ທ່ຽວ​ເຂດ​ກວາງຊີ​ອາຊຽນ​ໄດ້​ຈັດ​ຊຸດ​ອົບຮົມ​ຊັບພະຍາ ກອນ​ມະນຸດຂະ​ແໜງ​ການ​ທ່ອງທ່ຽວ​ອາ​ຊຽນ3ຊຸດ​ຢ່າງ​ສຳ​ເລັດ​ແລ້ວ, ​ເພື່ອອົບ​ຮົມ ຜູ້ນຳ​ທ່ຽວ​ທີ່​ໃຊ້ພາສາ​ຈີນ​ຫວຽດນາມ, ຊຸດ​ອົບ​ຮົມ​ຜູ້​ນຳ​ທ່ຽວ, ຊຸດ​ອົບຮົມ​ພະນັກງານ​ບໍລິຫານ​ລະດັບ​ສູງ​ຂະ​ແໜງ​​ການທ່ອງ​ທ່ຽວ​ລາວ.

ກົງສຸນ​​ໃຫຍ່ກຳປູ​ເຈຍ​ປະຈຳ​ນານ​ນິງ​ແລະ​ຫົວໜ້າ​ຄະນະ​ຜູ້​ແທນ​ພະນັກງານ​ທີ່​ເຂົ້າ​ຮ່ວມ​ການ​ອົບຮົມ​ເທື່ອ​ນີ້ລ້ວນ​ແຕ່​ເຫັນ​ວ່າ, ການ​ອົບຮົມ​ເທື່ອ​ນີ້ຈະ​ມີ​ຜົນ​ດີ​ຕໍ່​ວຽກ​ງານ​ໃນ​ຕໍ່ໜ້າ​ນີ້, ​ແລະ​ເພີ່ມທະວີ​ການ​ແລກປ່ຽນ​ມິດຕະພາບ​ຂອງ​ປະຊາຊົນ​ສອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ