ພາກເໜືອ​ຂອງ​ໄທ​ເກີດ​ໄພ​ແຫ້ງ​ແລ້ງ​ໜັກ​ໜ່ວງ

(GMT+08:00) 2010-04-02 18:57:01     cri
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ​​ເຂດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ​​ແມ່​ນ້ຳຂອງ​ເກີດ​ໄພ​ແຫ້ງ​ແລ້ງ​ອັນ​ໜັກໜ່ວງ, ​ໄດ້​ສ້າງ​ຜົນ​ກະທົບຢ່າງ​ໜັກໜ່ວງ​ຕໍ່​ການ​ຜິ​ລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​​ເຂດ​ດັ່ງກ່າວ. ​ໃນ76​ຈັງຫວັກ​ຂອງ​ໄທ​ມີ​ເກືອບ 50%ປະ​ສົບ​ໄພ​ແຫ້ງ​ແລ້ງ, ​ໂດຍ​ສະ​​ເພາະ​ແມ່ນ​ພາກ​​ເໜືອ​​ແລະ​ພາກ​ຕາ​ເວັນ​ອອກ ສຽງ​ເໜືອ​ໄດ້​ປະສົບ​ໄພ​ຢ່າງ​ໜັກໜ່ວງ​ທີ່ສຸດ.

ອີງ​ຕາມ​ສະຖິຕິ​ຂອງ​ພາກສ່ວນ​ປ້ອງ​ກັນ​ໄພ​ແລະ​ຫຼຸດ​ໄພ​ຂອງ​ໄທ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ຫຼາຍ​ກວ່າ4​ລ້ານ​ຄົນ​ຈະ​​ໄດ້​ຮັບ​ຜົນ​ກະທົບ, ມີ​ທົ່ງ​ນາເກືອບ2ໝື່ນ​ເຮັ​ກ ຕາ​ຈະ​ມີ​ຜົນ​ຜະລິດ​ໜ້ອຍ​ລົງ. ປະ​ຈຸ​ບັນ, ສະພາບ​ແຫ້ງ​ແລ້ງ​ຍັງ​ບໍ່​ໄດ້​ຜ່ອນຄາຍ​ລົງ.
ພ້ອມ​ກັນ​ນັ້ນ, ຄະນະ​ກຳມະການ​​ແມ່​ນ້ຳຂອງ​ທີ່​ປະກອບ​ດ້ວຍ4​ປະ​ເທດ​ທີ່ຢູ່ ຍ່ານ​ໃຕ້​ແມ່​ນ້ຳຂອງ ​ຄື​​ໄທ, ຫວຽດນາມ, ລາວ​ແລະ​ກຳປູ​ເຈຍ​ຈະ​ນຳ​ໃຊ້​ໂອກາດ​ທີ່​ຈັດ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ໃນ​ວັນ​ທີ2​ຫາ​ວັນ​ທີ5​ເມສາ​ນີ້, ​ປຶກສາ​ຫາລືກັບ​ຈີນ, ມຽນມາ​ແລະ​ປະ​ເທດ​ອື່ນໆ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ບັນຫາ​ໄພ​ແຫ້ງ​ແລ້ງ​ແນວ​ໃດ. ປະ​ຈຸ​ບັນ, ຈີນ​ເລີ່​ມສະໜອງ​ສະຖິຕິ​ແລະ​ຂໍ້​ມູນ​ຂອງສະຖານີ​ອຸ​ທົກ​ກະສາ​ດຢູ່​ຍ່ານ​​ເໜືອ​ໃຫ້​ປະ​ເທດ​ໃນ​ຄະນະ​ກຳມະການ​ດັ່ງກ່າວ​ເປັນປະຈຳ, ​ໂດຍ​ຫວັງ​ວ່າ​ຈະ​ສສມາດ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່ຢູ່​ຍ່ານ​​ໃຕ້​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ