ລັດຖະມົນ​ຕີ​ກະຊວງ​ກະລາ​ໂຫມ​ໄທ​ກ່າ​ວວ່າ ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ​​ໄດ້​ກຽມພ້ອມ​ແລ້ວ

(GMT+08:00) 2010-04-03 18:27:02     cri
ຕາມ​ຂ່າວCRI: ວັນ​ທີ2​ເມສາ​ນີ້, ພົນ​ເອກ​ປະະ​ວິດ ວົງ​ສຸວັນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ປະກາດ​ວ່າ, ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ​ຄັ້ງ​ທຳ​ອິດ​ໄດ້ກຽມ​ພ້ອມ​ແລ້ວ, ມີ​ທະຫານ​ແລະ​ຕຳຫຼວດ​ຫຼາຍ​ກວ່າ8000​ຄົນ​ຈະ​ຮັກສາ​ຄວາມ​ປອດ​ໄພ​ໃນ​ກອງ​ປະ ຊຸມ​ເທື່ອ​ນີ້.

ຍ້ອນກຸ່ມ​ເສື້ອ​ແດງ​ຍັງ​ຈັດການ​ປະ​ທ້ວງ​ຕ້ານ​ລັດຖະ​ບານຢູ່ບັງ​ກອກ, ບັນຫາ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ກອງ​ປະຊຸມ​​ສຸດ​ຍອດ​ແມ່​ນ້ຳຂອງ​ຄັ້ງ​ທຳ​ອິດ​​ແມ່ນ​ຈຸດ​ສຸມ​ທີ່​ພາຍ​ນອກ​ສົນ​ໃຈ. ທ່ານ​ປະ​ວິດ​ກ່າວ​ວ່າ, ​​ເພື່ອ​ເລື່ອງ​ນີ້, ໄທ​​ໄດ້​ປະຕິບັດ​ພະ​ລາ​ຊະ​ບັນຍັດ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ​ຢູ່ບ່ອນຈັດ​ກອງ​ປະຊຸມ​ ຄື​ເມືອງ​ຫົວ​ຫິນ​ທີ່​ເປັນ​ເມືອງ​ແຄມ​ທະ​ເລ​ຢູ່​ພາກ​ກາງຂອງ​ໄທ​ແລະ​ເຂດ​ອ້ອມ​ຂ້າງ​​. ​ກ່ອນ​ໜ້າ​ນີ້, ພູ້ນຳ​ກຸ່ມ​ເສື້ອ​ແດງ​ເຄີຍ​ກ່າວ​ວ່າ​ຈະ​ບໍ່ລົບ​ກວນ​ການ​ຈັດກ​ອງປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ.

ກ​ອງປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງຫົວ​ຫິນ​ໃນ​ວັນ​ທີ5​ເມສາ​ນີ້​ຢ່າງ​ເປັນ​ທາງ​ການ. ຜູ້ນຳ​ຂອງ4ປະ​ເທດ​ສະມາ​ຊິກ​ໃນ​ຄະນະ​ກຳ ມະການ​ແມ່​ນ້ຳຂອງ ຄື​ໄທ, ຫວຽດນາ​ມ, ລາວ​ແລະ​ກຳ​ປູ​ເຈຍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເທື່ອ​ນີ້. ​ໃນຖາ​ນະ​ເປັນ​ປະ​ເທດສັງ​ເກດ​ການ, ຈີນ​ແລະ​ມຽນມາຈະ​ສົ່ງ​ຜູ້ຕາງໜ້າ​ໄປ​​ເຂົ້າ​ຮ່ວມ​ກ​​ອງປະຊຸມ. ກ​ອງປະຊຸມ​ຈະ​ປຶກສາ​ຫາລື​ບັນຫາ​ກ່ຽວ​ກັບລະດັບ​ນ້ຳຂອງ​ແມ່​ນ້ຳຂອງ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ​ໄພ​ແຫ້ງ​ແລ້ງ​ອັນ​ໜັກໜ່ວງທີ່​ເກີດ​ຂຶ້ນ​ຢູ່​ເຂດ​ລ້ອງ​ແມ່​ນ້ຳຂອງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ